ແຈ້ງການໃຫ້ຢຸດຕິການອະນຸຍາດດຳເນີນທຸລະກິດບໍລິການຮ້ານແລກປ່ຍນເງິນຕາຕົວແທນທະນາຄານ
ແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ
ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງີນຕາຕົວແທນ ຊາບວ່າ: ເພື່ອເປັນການຜັນຂະຫຍາຍກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບ ເລກທີ 15/ສນຊ, ລົງວັນທີ 7 ກໍລະກົດ 2022,

ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການບໍລິການ ແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022 ເພື່ອປ່ຽນແທນສອງຂໍ້ຕົກລົງຄື: ຂໍ້ຕົກລົງວ່າ ດ້ວຍທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ,
ລົງວັນທີ 02 ກໍລະກົດ 2020 ແລະ ຂໍ້ຕົກລົງວ່າດ້ວຍການ ບໍລິການແລກປ່ຽນເງິນຕາຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ສະບັບເລກທີ 44/ທຫລ, ລົງວັນທີ 14 ມິຖຸນາ 2022.
ໃນນີ້, ຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາລະບັບດັ່ງກ່າວໄດ້ກໍານົດໃຫ້ ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ເທົ່ານັ້ນ ສາມາດໃຫ້ບໍລິການແລກປ່ຽນເງິນຕາ,
ສະນັ້ນ, ເພື່ອຈັດຕັ້ງປະຕິບັດໃຫ້ ສອດຄ່ອງກັບບັນດານິຕິກໍາທີ່ມີຜົນສັກສິດໃນປັດຈຸບັນ, ທະນາຄານແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງບັນດາທະນາຄານທຸລະ ກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ດັ່ງນີ້:ທະນາຄານແຫ່ງ ສປປ ລາວ ຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວ ແທນທັງຫມົດ 113 ຮ້ານ ທີ່ຂື້ນກັບ 6 ທະນາຄານທຸລະກິດ;
2.ໃຫ້ທະນາຄານທຸລະກິດທີ່ມີຮ້ານແລກປ່ຽນເງິນຕາຕົວແທນຂຶ້ນກັບ ຢຸດເຊົາການຕໍ່ອາຍຸສັນຍາ ແລະ ຍົກເລີກ ສັນຍາຕົວແທນບໍລິການແລກປ່ຽນເງິນຕາກັບຮ້ານແລກປ່ຽນເງິນຕາຕົວແທນຂອງຕົນທັງຫມົດ, ດໍາເນີນການປິດ ບັນຊີເງິນຝາກທີ່ອອກຊື່ຮ້ານແລກປ່ຽນເງິນຕາຕົວແທນ ຢູ່ທະນາຄານທຸລະກິດທີ່ກ່ຽວຂ້ອງ, ນໍາສົ່ງບົດບັນທຶກການຍົກເລີກສັນຍາການເປັນຕົວແທນແລກປ່ຽນເງິນຕາ ລະຫວ່າງ ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນ
ທະນາຄານທຸລະກິດທີ່ມີຈຸດປະສົງຕ້ອງການສ້າງຕັ້ງຫນ່ວຍແລກປ່ຽນເງິນຕາ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງວ່າດ້ວຍ ການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022.
…..
…..
…..
ທຸລະກິດຈຳນວນ 113 ຮ້ານ ເປັນ 0 ທົ່ວປະເທດ ທ່ານໃດຕ້ອງການ

….
