….
ແຈ້ງການດ່ວນ!. ຫ້າມຄ້າງຄ່າໄຟຟ້າເດັດຂາດ
….
ວັນທີ 7 ກຸມພາ 2023 ນີ້ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງໄຊຍະບູລີ ແຈ້ງການຜູ້ຊົມໃຊ້ໄຟຟ້າ ພາຍໃນແຂວງ ຊາບດັ່ງນີ້:
..
1. ລູກຄ້າຜູ້ຊົມໃຊ້ໄຟຟ້າປະເພດທີ່ຢູ່ອາໄສ, ທຸລະກິດທົ່ວໄປ, ທຸລະກິດບັນເທິງ, ທຸລະກິດສຶກສາ ແລະ ກິລາ, ອຸດສາຫະກໍາ, ໄຟຊົ່ວຄາວ, ກະສິກໍາ; ແຕ່ລະເດືອນຫຼັງຈາກໄດ້ຮັບໃບບິນແຈ້ງຄ່າໄຟໄຟ້າແລ້ວ ຕ້ອງໄດ້ຊໍາລະຄ່າໄຟຟ້າ ໃຫ້ໝົດກ່ອນວັນທີ 25 ຂອງທຸກໆເດືອນ, ( ບໍ່ໃຫ້ມີໜີ້ຄ້າງ, ໜີ້ຄ່າໄຟຟ້າຕ້ອງເທົ່າ 0 ),
..
ຖ້າລູກຄ້າ ທ່ານໃດບໍ່ຊໍາລະ, ມີໜີ້ຄ້າງເກີນກໍານົດທີ່ກ່າວມາຂ້າງເທິງນັ້ນ, ລັດວິສາຫະກິດໄຟຟ້າລາວສາຂາ ແຂວງໄຊຍະບູລີຈະໄດ້ລົງງົດໄຟ ຂອງຜູ້ຊົມໃຊ້ໄຟຟ້າ ດັ່ງກ່າວໄວ້ຊົ່ວຄາວ ໂດຍບໍ່ໄດ້ກ່າວເຕືອນອີກ.
2. ຫຼັງຈາກງົດໄຟຟ້າແລ້ວ, ກ່ອນຈະຕໍ່ໄຟຄືນລູກຄ້າຜູ້ຖືກງົດຕ້ອງໄດ້ປະຕິບັດຕາມລະບຽບດັ່ງລຸ່ມນີ້:
• ຕ້ອງໄດ້ຈ່າຍຄ່າໄຟຟ້າ ທີ່ຍັງຄ້າງໃຫ້ໝົດ.
• ຈ່າຍຄ່າລະບຽບຕໍ່ໄຟຄືນເຊັ່ນ:
– ໝໍ້ນັບໄຟ 1 ເຟສ ຫຼື ໝໍ້ນັບໄຟ MONO 50.000 ກີບ/ຄັ້ງ.
– ໝໍ້ນັບໄຟ 3 ເຟສ ຫຼື ໝໍ້ນັບໄຟ AT100.000 ກີບ/ຄັ້ງ.
– ງົດໄຟລົງໝໍ້ແປງ ຫຼື ໝໍ້ນັບໄຟ 22 kv 1.000.000 ກີບ/ຄັ້ງ.
(ຜົນກະທົບທີ່ເກີດຂຶ້ນຈາກການງົດໄຟຟ້າ ແມ່ນຜູ້ຊົມໃຊ້ໄຟເປັນຜູ້ຮັບຜິດຊອບເອງທັງຫມົດພຽງຜູ້ດຽວ ).
ດັ່ງນັ້ນ, ຈຶ່ງຖືເປັນກຽດແຈ້ງມາຍັງບັນດາທ່ານ ຜູ້ຊົມໃຊ້ໄຟຟ້າ ໄດ້ຮັບຊາບ ແລະ ພ້ອມກັນຈັດຕັ້ງ ປະຕິບັດ ຢ່າງເຂັ້ມງວດດ້ວຍ.
