Breaking News

ແພດໝໍອົດທົນສູ້ ພໍ່ແມ່ປະຊາຊົນຕ້ອງການສຸດນະຕອນນີ້

ເລື່ອງລາວຊວນນ້ຳຕາໄຫຼ ຢາກໃຫ້ທຸກຄົນໄດ້ອ່ານວ່າ ໃນຂະນະທີ່ພວກເຮົາໄດ້ຢູ່ກັນພ້ອມໜ້າແພດໝໍເພິ່ນເຮັດວຽກໜັກໜາສາຫັດພຽງໃດ ນອກຈາກການນຳໃຊ້ວິຊາການມາຮັບໃຊ້ບ້ານເມືອງປົວຜູ້ຕິດໂຄວີດແລ້ວຍັງຕ້ອງສ່ຽງກັບການຕິດພະຍາດຮ້າຍແຮງ ກ່ອນຈະໄດ້ພົບໜ້າພໍ້ຕາກັນໃຊ້ເວລາເປັນເດືອນໆຈິ່ງກັບເຖິງຄອບຄົວລູກຮັກ.

ທ່ານ ພັນເອກ ດຣ. ສຸລິພັນ ເພັດຈັນທະລາ ຫົວໜ້າການທະຫານ,ໂຮງໝໍສຸນກາງ 103 ກອງທັບ ໄດ້ໃຫ້ຮູ້ວ່າໂດຍປະຕິບັດຕາມທິດຊີ້ນຳ ຂອງຄະນະນຳ ກະຊວງປ້ອງກັນປະເທດ, ຄະນະສະເພາະກິດຂັ້ນສຸນກາງ ເພື່ອການຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19, ໂຮງໝໍສຸນກາງ 103 ກອງທັບ ຂອງພວກເຮົາໄດ້ຖືສຳຄັນ ແລະ ກຽມພ້ອມ ໃນການ ປ້ອງກັນ ແລະ ຕອບໂຕ້ພະຍາດດັ່ງກ່າວ ແຕ່ຫົວທີ, ເຊີ່ງລັດຖະບານ ກໍຄືຄະນະສະເພາະກິດຂັ້ນສຸນກາງໄດ້ຈັດສັນຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ເຂົ້າມາປິ່ນປົວຢູ່ໃນໂຮງໝໍແຫ່ງນີ້ ເລີ່ມແຕ່ທ້າຍເດືອນເມສາເປັນຕົ້ນມາ,ເຊີ່ງມີທັງໝົດຈຳນວນ 84 ຄົນ, ມາຮອດປັດຈຸບັນໄດ້ປິ່ນປົວຫາຍດີແລ້ວຈຳນວນ 69 ຄົນ, ສືບຕ່ໍປິ່ນປົວອີກ 15 ຄົນ.

ທ່ານ ຫົວໜ້າການທະຫານໂຮງໝໍສຸນກາງ 103 ກອງທັບ ໄດ້ກ່າວຕື່ມອິກວ່າ: ເພື່ອເປັນການຮັບມືກັບພະຍາດ ແລະ ສຸມໃສ່ການປິ່ນປົວຄົນເຈັບ ໃຫ້ມີຜົນສຳເລັດ, ພວກເຮົາໄດ້ຈັດແບ່ງໜ້າວຽກອອກເປັນ 5 ໜ້າວຽກໃຫຍ່ດັ່ງນີ້: ວຽກງານປິ່ນປົວ, ວຽກງານກັ່ນກອງ, ວຽກງານເກັບຕົວຢ່າງຂອງຄົນຂອງຄົນເຈັບ, ວຽກງານສັກວັກຊິນ ແລະ ວຽກງານປ້ອງກັນ, ໃນແຕ່ລະໜ້າວຽກດັ່ງກ່າວ ແພດ-ໝໍ ພວກເຮົາໄດ້ເປັນເຈົ້າການ ສຸມໃສ່ເຮັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຈູບຈ້າວຫ້າວຫັນ ຢ່າງບໍ່ຮູ້ອິດຮູ້ເມື່ອຍ.

ໂດຍຢຶດໝັ້ນນ້ໍາໃຈຂອງແພດປະຕິວັດ ບໍລິການ ຮັບໄຊ້ຄົນເຈັບຢ່າງສຸດຄວາມສາມາດ, ເພາະພະຍາດນີ້ກໍຄືສັດຕູໂຕຮ້າຍກາດຂອງປະເທດ, ໃນການປິ່ນປົວຄົນເຈັບ ພວກເຮົາໄດ້ຈັດແບ່ງອອກເປັນ 3 ຈຸໆລະ 10 ຄົນໃນ 10 ຄົນນີ້ຕ້ອງໄດ້ຜັດປ່ຽນກັນເຂົ້າເຮັດໜ້າທີ່ປິ່ນປົວຄົນເຈັບຈຸລະ 4 ຊົ່ວໂມງ ແລະ ຈຸໜື່ງແມ່ນກຳນົດ 14 ວັນຈິ່ງສຳເລັດໜ້າທີ່ ແລະ ອອກມາກັກບໍລີເວນຢູ່ສຸນຕື່ມອິກ 14 ວັນ ຈິ່ງຈະສາມາດອອກໄປຫາຄອບຄົວໄດ້.

ນອກຈາກທີມແພດ-ໝໍແລ້ວ ຍັງມີທີມຊ່າງໄຟຟ້າ ແລະ ຊ່າງສ້ອມແປງນ້ໍາກໍໄດ້ຜັດປຽ່ນກັນ ເຂົ້າເຮັດໜ້າທີເຊັ່ນດຽວກັນ. ແນວໃດກໍຕາມຜ່ານການຕິດຕາມ ແລະ ປິ່ນປົວມານີ້ ພວກເຮົາກໍພົບກັບບັນຫາ ແລະ ຄວາມຫຍຸ້ງຍາກຫຼາຍດ້ານສົມຄວນ ເພາະພະຍາດດັ່ງກ່າວແມ່ນບໍ່ມີຢາຮັກສາສະເພາະເທື່ອ, ນອກນັ້ນແພດ-ໝໍເຮົາ ກໍຍັງບໍ່ທັນມີບົດ ຮຽນ ແລະ ປະສົບການ ແຕ່ທຸກສະຫາຍກໍໄດ້ຍົກສຸງນໍ້າໃຈ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອເຮັດແນວໃດໃຫ້ຄົນເຈັບຊ່ວງເຊົາ ແລະ ຫາຍດີເປັນປົກກະຕິໂດຍໄວ.

ນອກຈາກວຽກງານ ວິຊາສະເພາະແລ້ວບັນຫາສຳຄັນອັນໜື່ງກໍແມ່ນອຸປະກອນຮັບໃຊ້ ມີຫຼາຍອັນແມ່ນບໍ່ສາມາດຕອບສະໜອງກັນຄວາມຕ້ອງການຢ່າງພຽງພໍເທື່ອ, ເຊັ່ນເຄື່ອງຊ່ວຍຫາຍໃຈ, ຈັກຕິດຕາມຄົນເຈັບ, ອົກຊີ ແລະ ອື່ນໆ ນອກນັ້ນແພດ-ໝໍ, ຜູ້ຊ່ຽວຊານຈຳນວນໜື່ງພັດແບ່ງໄປຢູ່ຕາມໂຮງໝໍພາກສະໝາມຕື່ມອິກ.ຂ່າວຈາກ ກອງທັບ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.