Breaking News

ສາເຫດຂອງທາງດ່ວນມຶດ

📣📣ສາເຫດທີ່ອຸໂມງທາງດ່ວນມືດ ເນື່ອງຈາກມີຜູ້ມາລັກສາຍໄຟຊໍາຊ້ອນຫຼາຍຄັ້ງໄລຍະຜ່ານມານີ້ມີຜູ້ຂັບຂີ່ທີ່ນຳໃຊ້ທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ໄດ້ສອບຖາມພະນັກງານບໍລິຫານທາງດ່ວນວ່າ “ເປັນຫຍັງອຸໂມງທາງດ່ວນມືດຕະຫຼອດ, ໄຟຄືບໍ່ເປີດ”ຄວາມຈີງຄື: ອຸໂມງມິດຕະພາບຂອງ ທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ຕັ້ງຢູ່ຈຸດກິໂລແມັດ K63+380. ບັນດາສາຍໄຟ, ສາຍສົ່ງສັນຍານການສື່ສານ, ອຸປະກອນໃນຕູ້ກະຈາຍໄຟທີ່ຢູ່ໃນອຸໂມງຕ່າງໆຖືກລັກ ແລະ ທຳລາຍ ເພາະອຸປະກອນໃນອຸໂມງສ່ວນໃຫຍ່ແມ່ນສາຍໄຟ, ເປັນໂລຫະທີ່ມີມູນຄ່າສູງເຊັ່ນ: ທອງແດງ, ທາດເຫຼັກ ແລະ ອື່ນໆ. ສະນັ້ນ, ຈຶ່ງມີການຖືກລັກຊໍາຊ້ອນຫຼາຍຄັ້ງ. ພາຍຫຼັງສາຍໄຟຖືກລັກແລ້ວ, ພະນັກງານທາງດ່ວນໄດ້ລົງໄປສ້ອມແປງ ແລະ ປ່ຽນສາຍໄຟ ເຊິ່ງອຸປະກອນ ແລະ ສາຍໄຟສຳຮອງທີ່ນຳໄປສ້ອມແປງຍັງມີປາກົດການທີ່ຖືກລັກໄປອີກ. ສະນັ້ນ, ສາຍໄຟໃນອຸໂມງທີ່ຖືກລັກ ຈະພາໃຫ້ມີບັນຫາດັ່ງລຸ່ມນີ້: 1. ເນື່ອງຈາກສາຍໄຟຖືກລັກຂະໂມຍ ຈຶ່ງບໍ່ສາມາດສະໜອງໄຟພາຍໃນອຸໂມງໄດ້, ເຮັດໃຫ້ບໍ່ມີແສງສະຫວ່າງ. ສະນັ້ນ, ອຸໂມງຈະມືດຢູ່ຕະຫຼອດເວລາ ຈະມີຄວາມສ່ຽງສູງຕໍ່ຍານພາຫະນະທີ່ສັນຈອນໄປມາ.2. ສາຍສົ່ງສັນຍານການສື່ສານຖືກລັກຂະໂມຍ, ກ້ອງວົງຈອນປິດທີ່ຢູ່ອ້ອມຂ້າງອຸໂມງຈະບໍ່ສາມາດໃຊ້ງານໄດ້ ເຊິ່ງເຮັດໃຫ້ພະນັກງານບໍລິຫານທາງດ່ວນບໍ່ສາມາດພົບເຫັນອຸບັດເຫດທີ່ເກີດຂຶ້ນຢູ່ຕາມຂອບເຂດໃກ້ຄຽງອຸໂມງໄດ້ທັນເວລາ, ຫາກວ່າມີອຸປະຕິເຫດເກີດຂຶ້ນຂອບເຂດໃກ້ຄຽງອຸໂມງ, ຈະບໍ່ສະດວກຕໍ່ການກູ້ໄພຢ່າງທັນການ. 3. ສາຍໄຟຖືກລັກ, ອຸປະກອນດັບເພີງໃນອຸໂມງຈະບໍ່ສາມາດໃຊ້ງານຕາມປົກກະຕິໄດ້, ຫາກວ່າໃນອຸໂມງເກີດເຫດໄຟໄໝ້ ຈະບໍ່ສາມາດດັບໄຟໄດ້ຢ່າງທັນເວລາ. ທັງນີ້, ເພື່ອການສັນຈອນທີ່ປອດໄພຂອງປະຊາຊົນທັງຫຼາຍ, ພວກຂ້າພະເຈົ້າຂໍປະຊາສຳພັນມາຍັງພໍ່ແມ່ປະຊາຊົນທັງຫຼາຍ “ກະລຸນາຢ່າທຳລາຍ ແລະ ລັກອຸປະກອນຕາມເສັ້ນທາງດ່ວນ”.Cr: ທາງດ່ວນວຽງຈັນ-ວັງວຽງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.