Breaking News

ເມັກຊິກ ເລີ່ມສັກວັກຊິນປ້ອງກັນໂຄວິດ-19ໃຫ້ແມ່ຍິງຖືພາ

ຂປລ.ຕາມ​ຂ່າວ​ຈາກ ​ເມັກ​ຊິກ,ວັນ​ທີ13​ພຶດສະພາ,ກະຊວງ ​ສາທາລະນະ​ສຸກ ​ເມັກ​ຊິກ ​ເລີ່​ມສັກ​ ວັກ​ຊິນ​ ປ້ອງ​ກັນ​ ໂຄ​ວິດ-19​ໃຫ້​ກັບ ​ແມ່ຍິງ​ຖືພາ ຕັ້ງ​ແຕ່9​ອາທິດ ​ຂຶ້ນ​ໄປ.

ຫລັງ​ຈາກ ​ເຈົ້າໜ້າ​ທີ່ ທາງ​ການ​ ບັນຈຸ ​ໃຫ້​ແມ່ຍິງ ​ຖືພາ​ ຢູ່​ໃນ​ແຜນ​ ສ້າງ​ພູມ​ຕ້ານທານ ​ແລະ ຢູ່​ໃນ​ກຸ່ມ​ສ່ຽງ ​ກຸ່ມ​ໃໝ່ ຈົນ​ເຖິງ ຂະນະ​ນີ້ ​ເມັກ​ຊິກ ​ໃຫ້​ສິດທິ​ ການ​ສັກ​ວັກ​ຊິນ​ ກັບ​ຜູ້​ສູງ​ອາຍຸ 60ປີ​ຂຶ້ນ​ໄປ ​ເປັນຕາ​ມລຳດັບ​ ທຳ​ອິດ ຕາມ​ມາ​ດ້ວຍ ກຸ່ມ​ທີ່​ມີ​ອາຍຸ ລະຫວ່າງ50-59ປີ.

ທັງ​ນີ້ ວັກ​ຊິນ​ ປ້ອງ​ກັນ ​ໂຄ​ວິດ-19 ທີ່​ໄດ້​ຮັບ​ເຂົ້າມາ ຢ່າງ​ຕໍ່​ເນື່ອງ ຈາກ​ບໍລິສັດ​ຕ່າງໆ ​ເຮັດ​ໃຫ້​ເມັກ​ຊິກ ສາມາດ ​ເລີ່​ມສັກ​ ວັກ​ຊິນ ​ໃຫ້​ກັບ ​ກຸ່ມ​ອື່ນໆ​ເຊັ່ນ:ຄູ ​ແລະ ບຸກຄະລາ​ກອນ​ ທາງ​ການ​ແພດ ທົ່ວ​ປະ​ເທດ ຈົນ​ເຖິງ​ ຂະນະ​ນີ້ ຍັງ​ຢູ່​ໃນ​ຂັ້ນຕອນ​ ການຈັດ​ຫາ​ ວັກ​ຊິນ ​ໃຫ້​​ໄດ້​ຢ່າງທົ່ວ​ເຖິງ./.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.