ສະຖິຕິຜູ້ຕິດເຊື້ອສະສົມຈາກໂຄວິດ-19 ໃນປະເທດອິນເດຍ ເພີ່ມຂຶ້ນຫຼາຍກວ່າ 24 ລ້ານຄົນ, ຂະນະທີ່ ຜູ້ເສຍຊີວິດປະຈຳວັນຢູ່ ລະດັບ 4.000 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນສຸກ ທີ 14 ພຶດສະພາ ວ່າ ກະຊວງສາທາລະນະສຸກອິນເດຍ ລາຍງານຈຳນວນຜູ້ຕິດເຊື້ອຈາກໂຄວິດ-19 ໃນຮອບວັນ ຜ່ານມາ ມີຜູ້ຕິດເຊື້ອໃໝ່ 343.144 ຄົນ ເຮັດໃຫ້ປັດຈຸບັນອິນເດຍມີຜູ້ຕິດເຊື້ອສະສົມ ຢ່າງໜ້ອຍ 24.046.809 ຄົນ, ປິ່ນປົວເຊົາແລ້ວຢ່າງໜ້ອຍ 20.079.599 ຄົນ ໂດຍຍັງເຫຼືອຜູ້ປິ່ນປົວໃນລະບົບຢ່າງໜ້ອຍ 3.704.893 ຄົນ.

ໃນຮອບວັນດຽວກັນ, ຢັ້ງຢືນຜູ້ເສຍຊີວິດເພີ່ມ 4.000 ຄົນ ເຮັດໃຫ້ປັດຈຸບັນ ອິນເດຍມີຜູ້ເສຍຊີວິດສະສົມທົ່ວປະເທດ ຢ່າງໜ້ອຍ 262.317 ຄົນ.

ລາຍງານຂອງອົງການອະນາໄມໂລກ (WHO) ທີ່ເຜີຍແຜ່ໃນອາທິດນີ້ ຊີ້ໃຫ້ເຫັນວ່າ ເຊື້ອໄວຣັສໂຄໂຣນາສາຍພັນ B1617 ເຊິ່ງພົບຄັ້ງທຳອິດໃນປະເທດອິນເດຍ ເມື່ອເດືອນຕຸລາປີກາຍນີ້ ແລະ ແຜ່ລະບາດທົ່ວໂລກຢ່າງໜ້ອຍ 44 ປະເທດ ຄົບທັງ 6 ພາກພື້ນອີງຕາມການແບ່ງເຂດຂອງອະນາໄມໂລກ ແລະ ຍັງບໍ່ຊັດແຈ້ງ ກ່ຽວກັບຜົນກະທົບຂອງພະຍາດສາຍພັນນີ້.

ນອກເໜືອຈາກຄວາມວ່ອງໄວຂອງການລະບາດ ແລະ ກໍ່ໃຫ້ເກີດອາການຮ້າຍແຮງ. ໂດຍ WHO ໄດ້ປະກາດໃຫ້ເຊື້ອກາຍພັນຊະນິດ B1617 ເປັນສາຍພັນທີ່ມີຄວາມຮ້າຍແຮງ ພ້ອມກັບສາຍພັນ B117 ທີ່ພົບຄັ້ງທຳອິດໃນປະເທດອັງກິດ, B11281 ຫຼື P1 ພົບຄັ້ງທຳອິດໃນປະເທດບຣາຊິລ ແລະ B1351 ພົບຄັ້ງທຳອິດໃນອາຟຣິກາໃຕ້.