ໃນວັນທີ 14 ພຶດສະພາ 2021 ຜ່ານມານີ້ ທີ່ອົງການກາແດງລາວ ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ຜູ້ເກົ່າ ແລະ ທ່ານ ຮສ. ດຣ. ພູທອນ ເມືອງປາກ ປະທານອົງການກາແດງລາວ ຜູ້ໃໝ່ ໂດຍການເປັນສັກຂີພະຍານ ຂອງທ່ານ ນາງ ໃບຄໍາ ຂັດຕິຍະ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ

ເຊິ່ງມີບັນດາຮອງປະທານອົງການກາແດງລາວ, ຮອງ ລັດຖະມົນຕີ ກະຊວງທີ່ກ່ຽວຂ້ອງ ແລະ ພະນັກງານຫຼັກແຫຼ່ງ ຂອງອົງການກາແດງລາວ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ພາຍຫຼັງ ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ອ່ານດໍາລັດກ່ຽວກັບການອະນຸມັດໃຫ້ ທ່ານ ຄໍາຮຸ່ງ ເຮືອງວົງສີ ເຂົ້າຮັບບໍານານ ແລະ ດໍາລັດຂອງນາຍົກ ວ່າດ້ວຍການແຕ່ງຕັ້ງ ໃຫ້ ທ່ານ ຮສ. ດຣ. ພູທອນ ເມືອງປາກ ປະທານອົງການກາແດງລາວ ຜູ້ໃໝ່.

ຫຼັງຈາກນັ້ນ, ປະທານອົງການກາແດງລາວ ຜູ້ເກົ່າ ກໍ່ໄດ້ຂື້ນສະຫລຸບຜົນງານການເຄື່ອນໄຫວ ແລະ ມອບຮັບໜ້າທີ່ ໃຫ້ປະທານອົງການກາແດງລາວ ຜູ້ໃໝ່ ແລະ ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຊ່ອງໜ້າ ທ່ານ ນາງ ໃບຄໍາ ຂັດຕິຍະ ແລະ ພະນັກງານການນໍາ ທີ່ເຂົ້າຮ່ວມໃນພິທີດັ່ງກ່າວ.
