Breaking News

ຊີ້ແຈງສາເຫດ ແມ່ຕູ້ 63 ປີ ສັກຢາວັກຊິນໂຄວິດ19 ແລ້ວເສຍຊີວິດ ເຮັດໃຫ້ສັງຄົມແຕກຕື່ນ

ທ່ານ ດຣ. ບັນດິດ ຊຸມພົນພັກດີ ຄະນະກຳມະການທີ່ປຶກສາແຫ່ງຊາດ ໃນການໃຫ້ວັກຊິນ ໄດ້ກ່າວວ່າ: ໃນວັນທີ 10 ພຶດສະພາ 2021 ຕາງໜ້າຄະນະກໍາມະການທີ່ປຶກສາການໃຫ້ວັກຊິນແຫ່ງຊາດ ຜູ້ຕາງໜ້າກົມອາຫານ ແລະ ຢາ ແລະ ຕາງໜ້າຈາກອົງການອະນາໄມໂລກ ໄດ້ລົງສືບສວນຫາຂໍ້ມູນຄວາມຈິງ ກຽວກັບການເສຍຊີິວິດຂອງແມ່ຕູ້ເບີດ ຫຼື ແມ່ຕູ້ບຸນຍັງ ອາຍຸ 63 ປີ ຢູ່ບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ເສຍຊີວິດ ຫຼັງໄດ້ໄປສັກຢາວັກຊິນປ້ອງກັນໂຄວິດ-19 ໃນວັນທີ 7 ພຶດສະພາ 2021 ແລະ ໄດ້ເສຍຊີວິດໃນວັນທີ 9 ພຶດສະພາ 2021.
ກ່ອນສັກຢາແພດກໍ່ໄດ້ແທກອຸນຫະພູມ, ຄວາມດັນ ແລະ ເຊັນເອກະສານຍິນຍອມຕາມຂັ້ນຕອນທີ່ພວກເຮົາໄດ້ປະຕິບັດກັນ ຜ່ານການກວດເຫັນວ່າແມ່ຕູ້ບໍ່ໄດ້ມີຂໍ້ຫ້າມໃດໆໃນການຮັບວັກຊິນ ພາຍຫຼັງໃຫ້ວັກແຊັງແລ້ວແມ່ຕູ້ກໍໄດ້ພັນຜ່ອນ 15-30 ນາທີ ຫຼັງຈາກບໍ່ມີອາການໃດໆຜູ້ກ່ຽວກໍ່ກັບບ້ານ.ຫຼັງຈາກກັບບ້ານໄດ້ 1 ມື້ແລ້ວແມ່ຕູ້ມີອາການປວດຕົນປວດໂຕ, ປວດຕາມແຂນຂາ ແລະ ເວລາດັ່ງກ່າວບໍ່ຮູ້ວ່າແມ່ຕູ້ໄດ້ກິນຢາຫຍັງໄປແດ່ ແລະ ໃນວັນທີ 9 ແມ່ຕູ້ເລີ່ມມີອາການຮາກອອກເລືອດ 2-3 ຄັ້ງ ຈົນຮອດເວລາ 17:30 ໂມງ ພີ່ນ້ອງໄດ້ນໍາພາຜູ້ກ່ຽວໄປໂຮງໝໍເມືອງນາຊາຍທອງ ທີມແພດໄດ້ມີການປະເມີນວ່າຜູ້ກ່ຽວເບື້ອງຕົ້ນມີອາການເສຍສະຕິ ແລະ ບໍ່ຫາຍໃຈ ຕົນໂຕກໍ່າ, ຄວາມດັນເລືອດ ແຕ່ແພດກໍພະຍາມຊ່ວຍກູ້ຊີບເປັນເວລາດົນພໍສົມຄວນ, ແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ໄດ້ເສຍຊີວິດລົງໄປ.ຫຼັງຈາກສືບຫາຂໍ້ມູນຈາກຄອບຄົວຜູ້ກ່ຽວ ບາງຄົນກໍບອກວ່າແມ່ຕູ້ມີພະຍາດປະຈໍາໂຕເຊັ່ນ: ເປັນວັນນະໂລກ ແລະ ໄດ້ເຄີຍປິ່ນປົວມາແລ້ວ, ມີຄວາມດັນ, ເບົາຫວານ ແລະ ພະຍາດສັນຫຼັງໜີບເສັ້ນປະສາດດັ່ງນັ້ນທີມແພດຈິ່ງສະຫຼຸບເບື້ອງຕົ້ນດັ່ງນີ້ ການເສຍຊີວິດຂອງແມ່ຕູ້ແມ່ນບໍ່ມີຂໍ້ມູນໃດໆທີ່ກ່ຽວພັນກັບການສັກຢາວັກແຊັງ ແອັສຕາ ຊີນີກາ ເພາະວ່າຫຼອດວັກແຊັງທີ່ສັກໃຫ້ແມ່ຕູ້ແມ່ນກ່ອງໜຶ່ງສາມາດສັກໃຫ້ໄດ້ 10 ຄົນ ( ຫຼື 10 ໂດສ ) ແຕ່ 9 ຄົນທີ່ຮັບຢາໃນຫຼອດດຽວກັນບໍ່ມີອາການໃດໆທັງນັ້ນ, ແຕ່ທີມແພດໝໍກໍ່ຈະສືບຕໍ່ສືບຫາຂໍ້ມູນຄວາມຈິງຕື່ມອີກຕໍ່ໄປ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.