admin
April 20, 2021
ຂ່າວທົ່ວໄປ
13 Views

#ຫນຸ່ມເມືອງສອງຄອນ ແຂວງສະຫວັນນະເຂດຕິດ COVID-19 ຢູ່ ບ້ານນາຄູ ເມືອງສອງຄອນ ແຂວງສະຫວັນນະເຂດ ເປັນເລື່ອງຈິງແທ້.ທ້າວອຳຄາ ອາຍຸ 32 ປີ ຢູ່ບ້ານນາຄູ ເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ຕິດເຊື້ອໂຄວິດ-19 ຜູ້ກ່ຽວໄດ້ກັບມາຈາກການທຳງານຢູ່ປະເທດໄທ, ຕອນທຳງານທີ່ໄທເປັນຄົນງານຂາຍເສື້ອຜ້າ ຢູ່ກຣຸງເທບມະຫານະຄອນ ແລະເດີນທາງກັບບ້ານເກີດໄດ້ຂ້າມມາສະຫວັນນະເຂດ ເມື່ອວັນທີ 08/04/21 ຈາກນັ້ນໄດ້ໄປກັກຕົວ ຢູ່ສູນຫລັກ 4 ສະຫວັນນະເຂດ ມາຮອດວັນທີ່ 14/04/21 ໄດ້ອະນຸຍາດອອກຈາກສູນກັບເມືອບ້ານ ເວລາ 14 ໂມງ ຂອງວັນດຽວກັນຜູ້ກ່ຽວໄດ້ນັ່ງລົດໂດຍສານ 2 ແຖວ ມີຄົນນັ່ງມາດ້ວຍກັນໃນລົດໂດຍສານ ປະມານ 10 ຄົນ ຮອດບ້ານເວລາ 16 ໂມງ ແລະວັນທີ່14/04/21 ຜູ້ກ່ຽວໄດ້ຖືຄິງໄຂ້ແຕ່ບໍ່ມີອາການອື່ນໆ ສົມທົບ ແລະ ບໍ່ໄດ້ກີນຢາປິ່ນປົວຫຍັງ.ວັນທີ 15/04/21 ຜູ້ກ່ຽວຍັງມີອາການໄຂ້, ມີໄອ ຍັງບໍ່ມີອາການອື່ນ ເວລາ 18 ໂມງ ວັນທີ 15/04/21 ພີ່ນ້ອງໄດ້ພາໄປໂຮງຫມໍເອກະຊົນ ເມືອງສອງຄອນ ແລະໄດ້ເຂົ້ານອນຕຶກແຍກດ່ຽວ ອາການຄົນປ່ວຍ ສະຖິຕິ ມີຳຂ້ 37.5 ອົງສາເຊ ອາການອື່ນໆຍັງປົກກະຕິ.ມາຮອດເວລາ 06:00 ນາທີ ຂອງວັນທີ 16/04/21 ທ່ານຫມໍໄດ້ເກັບເກັບຕົວຢ່າງ ສົ່ງໄປກວດຢູ່ຫ້ອງວິເຄາະໂຮງຫມໍແຂວງ ຜົນອອກມາຄົນມີຜົນເປັນບວກ ຢືນຢັນການຕິດເຊື້ອໂຄວິດ-19 ເວລາ 22:30 ນາທີ ວັນທີ 16/04/21 ທີມງານທ່ານຫມໍ ພະຍາບານໄດ້ມາຮັບໄປປິ່ນປົວ ຢູ່ໂຮງຫມໍແຂວງສະຫວັນນະເຂດ.
Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%
ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ