ມ.1-2-3 ແລະ ມ.5-6ຖ້າຄະແນນສະເລ່ຍແຕ່ລະເດືອນໄດ້ 5 ຂຶ້ນແມ່ນຜ່ານເລີຍ ບໍ່ໄດ້ເສັງ ສ່ວນ ປ.5 ມ.4 ມ.7 ຕ້ອງໄດ້ເສັງ
#ລາຍລະອຽດແມ່ນ ອ່ານ👇
ກົມສາມັນສຶກສາ ຂໍຖືເປັນກຽດຮຽນສະເຫນີມາຍັງທ່ານ ເພື່ອຂໍທິດຊີ້ນໍາກ່ຽວກັບການຮຽນ, ການເລື່ອນຂັ້ນ, ການ ສອບເສັງຈົບຊັ້ນສາມັນສຶກສາ ປ.5, ມ.4 ແລະ ມ.7 ສົກຮຽນ 2020-2021.
ໃນປັດຈຸບັນ ພະຍາດອັກເສບປອດສາຍ ພັນໃຫມ່ COVID-19 ຍັງສືບຕໍ່ແຜ່ລະບາດຢ່າງຮຸນແຮງໃນປະເທດອ້ອມຂ້າງ, ຫຼາຍປະເທດໃນໂລກ ແລະ ໃນ ສປປ ລາວ. ສະນັ້ນ, ເພື່ອເປັນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ ກົມສາມັນສຶກສາ ຈຶ່ງຮຽນ ສະເຫນີຂໍທິດຊີ້ນໍາ ດັ່ງນີ້:
1. ການຮຽນ-ການສອນໃນທ້າຍສົກຮຽນ

1) ແຂວງ, ນະຄອນຫຼວງ, ເມືອງ, ນະຄອນ, ໂຮງຮຽນ ທີ່ບໍ່ໄດ້ໂຈະການຮຽນ-ການສອນ ໃຫ້ປະຕິບັດຄໍາສັ່ງແນະນໍາການຈັດຕັ້ງປະຕິບັດຫຼັກສູດສາຍສາມັນສຶກສາ ປະຈໍາສົກຮຽນ 2020-2021 ສະບັບເລກທີ 3766/ສສກ , ລົງວັນທີ 25 ສິງຫາ 2020 ໂດຍເນັ້ນໃສ່ໃຫ້ຜູ້ຮຽນໄດ້ຮຽນຈົບຫຼັກສູດຢ່າງທົ່ວເຖິງ, ມີປະສິດທິພາບ ແລະ ປະສິດທິຜົນ.

2) ແຂວງ, ນະຄອນຫຼວງ, ເມືອງ, ນະຄອນ, ໂຮງຮຽນ ທີ່ມີການໂຈະການຮຽນ-ການສອນ ໃຫ້ຈັດການຮຽນ-ການສອນອອນລາຍ, ມອບວຽກບ້ານ, ແນະນໍາຮຽນທາງໂທລະພາບ, ວິທະຍຸ ແລະ ຊ່ອງທາງອື່ນໆ. ພາຍຫຼັງສະພາບ ການແຜ່ລະບາດຂອງພະຍາດ COVID-19 ຜ່ອນຄາຍລົງ, ກັບເຂົ້າສູ່ປົກກະຕິ ແລະ ມີນະໂຍບາຍຜ່ອນຜັນຂອງຄະນະສະເພາະກິດ ໃຫ້ໂຮງຮຽນສືບຕໍ່ຈັດການຮຽນ-ການສອນ, ຈັດຕັ້ງບໍາລຸງ ແລະ ທົບທວນບົດຮຽນຄືນ.
2. ການເລື່ອນຂັ້ນ

l) ປະຕິບັດຕາມຫຼັກການກວດກາ ແລະ ສອບເສັງ ສໍາລັບຊັ້ນມັດທະຍົມສຶກສາ ສະບັບເລກທີ 1914/ສສກ,ມຍລົງວັນທີ 27 ພຶດສະພາ 2014. 2) ໃຫ້ແຕ່ລະໂຮງຮຽນໂຈະການຈັດຕັ້ງສອບເສັງພາກຮຽນທີ
II. ສະນັ້ນ, ໃຫ້ກໍານົດເອົາຄະແນນສະເລ່ຍເດືອນຂອງພາກຮຽນທີ II ເປັນຄະແນນພາກຮຽນທີ II ເລີຍ.
3) ນັກຮຽນທີ່ມີຄະແນນປະຈໍາປີຂອງວິຊາໃດຫນຶ່ງຫຼຸດຄາດຫມາຍ (ຫຼຸດ 5) ໃຫ້ຄຸຈັດຕັ້ງບໍາລຸງ ແລະ ສອບເສັງຄືນ.