
ສຳລັບ13 ຄົນຢູ່ໃນກຸ່ມສ່ຽງ ທີ່ໄດ້ພົວພັນກັບພໍ່ຂອງຜູ້ກ່ຽວ ປັະຈຸບັນແມ່ນໄດ້ເຂົ້າແຍກປ່ຽວຢູ່ສູນກັກກັນເມືອງບໍລິຄັນ ເພື່ອຕິດຕາມອາການ.ຕໍ່ກັບສະພາບການດັ່ງ, ທ່ານເຈົ້າແຂວງ ໄດ້ເນັ້ນໃຫ້ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ-ຂັ້ນເມືອງ ເພີ່ມທະວີເອົາໃຈໃສ່ປະຕິບັດຄຳແນະນຳຄະນະສະເພາະກິດຂັ້ນຜູ້ທີ່ມາຈຳກັດບໍລິເວນ ເພື່ອກວດຫາເຊື້ອພະຍາດໂຄວິດ-19 ຢູ່ສູນຈຳກັດບໍລິເວນ ເມືອງບໍລິຄັນ ພາຍຫລັງຜົນກວດຕົວຢ່າງ ໃນວັນທີ 16 ເມສາ ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1 ຄົນ ເພດຍິງ, ອາຍຸ 25 ປີ ອາຊີບປະຊາຊົນ ຢູ່ບ້ານໂພນມຸງຄຸນ ເມືອງບໍລິຄັນ.ປັດຈຸບັນ, ຄະນະສະເພາະກິດໄດ້ເອົາຜູ້ກ່ຽວມາປິ່ນປົວຢູ່ສູນຫລັກ 6 ເມືອງປາກສູນກາງ, ຄຳແນະນຳຄະນະເພາະກິດຂັ້ນແຂວງ ວ່າດ້ວຍການເພີ່ມທະວີເອົາໃຈໃສ່ໃນການປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ໂຄສະນາປະຊາສຳພັນ ຜົນຮ້າຍຂອງພະຍາດໂຄວິດ-19 ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງທົ່ວເຖິງ, ເປັນການເຂົ້າສູ່ສະໜາມຮົບ ຕີກັບສັດຕູອັນຕະລາຍຮ້າຍກາດ ບໍ່ມີຕົວຕົນ ບໍ່ຮູ້ຢູ່ບ່ອນໃດ ແຕ່ມີອິດທິພົນທຳລາຍໂລກ.
