Breaking News

ທະຍ່ອຍອອກໂຮງໝໍແລ້ວ! ຕົວເລກຫຼ້າສຸດ ຈໍາປາສັກ ປົວດີ 18 – ຫຼວງພະບາງ ປົວດີ 6 ຄົນ

ຕາມການລາຍງານຂອງChampasak RADIO Station100,7 Mhzໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 16 ພຶດສະພາ 2021 ທີ່ພະແນກສາທາລະນະສຸກແຂວງຈໍາປາສັກ, ຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໂດຍການຖະແຫຼງຂອງ ທ່ານ ດຣ ນາງ ຈັນປະສົງ ຈຽມສີສຸລາດ ຮອງຜູ້ອໍານວຍການ ໂຮງໝໍແຂວງຈໍາປາສັກ,ຜູ້ຮັບຜິດຊອບສູນປິ່ນປົວໂຄວິດ-19 ຢູ່ໂຮງໝໍພາກສະໜາມ.

ທ່ານກ່າວວ່າ: ໃນວັນທີ16 ພຶດສະພາ ແຂວງຈໍາປາສັກມີຜູ້ຕິດເຊື້ອໃໝ່ 7 ຄົນ ເປັນແຮງງານລາວເຂົ້າມາຈາກປະເທດເພື່ອນບ້ານທັງໝົດ ໃນນັ້ນມີ ຄົນ ບ້ານຝັ່ງແດງ 2 ຄົນ,ບ້ານທ່າຫຼວງ ແລະ ບ້ານໂພນທອງ ບ້ານລະ 1 ຄົນ,ບ້ານລົບປາກດີເມືອງໂຂງ 2 ຄົນ ໃນນັ້ນເດັກອາຍຸ 4 ປີ 1 ຄົນ, ຈາກນີ້ຍັງມີບ້ານດອນກອງເມືອງຈໍາປາສັກ 1 ຄົນ .

ມາຮອດມື້ນີ້ ເປັນເວລາ9ວັນແລ້ວບໍ່ມີການຕິດເຊື້ອຢູ່ໃນຊຸມຊົນມາຕິດເຊື້ອໃໝ່. ສ່ວນການປິ່ນປົວໄດ້ມີຜູ້ປິ່ນດີ ແລະອອກໂຮງໝໍວັນທີ 16 ພຶດສະພາຈໍານວນ 18 ຄົນ ລວມຕົວເລກສະສົມປິ່ນປົວດີ ແລະອອກໂຮງໝໍແລ້ວທັງໝົດ 71 ຄົນ.

ສໍາລັບການປິ່ນປົວຜູ້ຕິດເຊື້ອ ສ່ວນຫຼາຍແມ່ນມີອາການເບົາບາງ ຊຶ່ງປົວຢູ່ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ສ່ວນຜູ້ທີ່ມີອາການປານກາງມີ 2 ຄົນແມ່ນຍັງສືບຕໍ່ປິ່ນປົວຢູ່ໂຮງໝໍເມືອງໂພນທອງ. ຖ້າອາການບໍ່ດີຂຶ້ນຈະໄດ້ນໍາສົ່ງໄປປິ່ນປົວຢູ່ໂຮງໝໍບໍລິເວນ 106 ກອງທັບ(ຊຶ່ງທາງຄະນະສະເພາະກິດໄດ້ຈັດເປັນບ່ອນປີ່ນປົວພະຍາດໂຄວິດ-19 ທີ່ມີອາການໜັກ.

ສ່ວນແຂວງຫຼວງພະບາງ ມີການລາຍງານວ່າໃນວັນທີ 15 ພຶດສະພາ 2021 ແຂວງຫຼວງພະບາງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທັງໝົດ 13 ຄົນ, ຍິງ 9 ຄົນ, ມີເດັກນ້ອຍ 2 ຄົນ, ໃນນີ້ຢູ່ ນະຄອນ-ຫຼວງພະບາງ ມີ 8 ຄົນ ແລະເມືອງຊຽງເງິນ 5 ຄົນ, ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວ ນັບແຕ່ ວັນທີ 24 ເມສາ 2021 ເປັນຕົ້ນມາ. ຈາກການທຸ່ມເທເຫື່ອແຮງສະຕິປັນຍາ ປະຕິບັດມາດຕະການຕ່າງໆຂອງແພດໝໍ ແລະ ຕິດຕາມອາການຢ່າງໃກ້ຊິດ ມາຮອດວັນທີ 15 ພຶດສະພາ 2021 ນີ້ ໄດ້ປິ່ນປົວຫາຍດີແລ້ວ 6 ຄົນ ແລະ ໃຫ້ກັບບ້ານໄດ້. ພ້ອມໃຫ້ຈຳກັດບໍລິເວນຢູ່ເຮືອນ 14 ວັນ ໂດຍຫ້າມກິນເຂົ້າຮ່ວມພາກັບຄອບຄົວ, ຮັກສາໄລຍະຫ່າງ, ຫ້າມອອກໄປທ່ຽວສະຖານທີ່ໆມີຊຸມຊົນຄົນຫຼາຍ, ຮ້ານຄ້າ, ຕະຫຼາດ ແລະ ບ່ອນອື່ນໆ ຈົນກວ່າຈະຄົບກໍານົດເວລາ 14 ວັນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.