ຄົນເກີດວັນ ຈັນ
ສິ່ງທີ່ຄວນເຮັດ : ທຳບຸນກັບຄົນທີ່ດອຍໂອກາດ ສຶກສາ ນັກຮຽນທີ່ຂາດແຄ້ນອຸປະກອນຮຽນ ສົ່ງເສີມທາງດ້ານການສຶກສາ ອຸປະຖ້ຳເປັນວັດຖຸຫລືເງິນຄຳກໍ່ໄດ້ ຈະເຮັດໃຫ້ດວງຊະຕາຂອງທ່ານດີຂຶ້ນສິ່ງທີ່ບໍ່
ຄວນເຮັດ : ບໍ່ຄວນເອົາອາລົມຂອງຕົນເອງເປັນທີ່ຕັ້ງຫລາຍເກີນໄປ ບາງຄັ້ງກໍ່ຄວນຟັງໃນສິ່ງທີ່ຄົນອື່ນແນະນຳແດ່
ຄົນເກີດວັນ ອັງຄານ
ສິ່ງທີ່ຄວນເຮັດ : ເຫັນຄວາມສຳຄັນຂອງຄົນຮອບຂ້າງ ຫລາຍກວ່າຄວາມຄິດສ່ວນບຸກຄົນຂອງຕົນເອງ ຈະເຮັດໃຫ້ງານໄປໄດ້ໄວກວ່າເກົ່າ
ສິ່ງທີ່ບໍ່ຄວນເຮັດ : ບໍ່ຄວນຖິ້ມເພື່ອນຮ່ວມງານທີ່ລຳບາກມານຳກັນ ບໍ່ຄວນປ່ອຍປະສິ່ງທີ່ເຄີຍເຮັດດ້ວຍການຢຸດບໍ່ເຮັດມັນອີກ ເພາະສິ່ງນັ້ນຈະສຳຄັນກັບທ່ານໃນອະນາຄົດແນ່ນອນ
ຄົນເກີດວັນ ພຸດ
ສິ່ງທີ່ຄວນເຮັດ : ຫາເວລາດີໆ ໄປພັກຜ່ອນ ຫລັງຈາກການທຳງານຫນັກ ຈະເຮັດໃຫ້ທ່ານມີກຳລັງໃຈໃນການເຮັດວຽກຫລາຍຂຶ້ນ
ສິ່ງທີ່ບໍ່ຄວນເຮັດ : ບໍ່ຄວນເອົາເວລາສ່ວນໃຫ່ຍຂອງທ່ານໄປເຮັດໃນສິ່ງທີ່ໄຮ້ຄຸນຄ່າ ຄວນເອົາເວລານັ້ນມາພັດທະນາຕົນເອງ ຫັນມາອ່ານຫນັງສື ອອກຳລັງກາຍ ຊອກກິລາທີ່ມັກມາຫລີ້ນເພື່ອໃຫ້ຕົນເອງສຸຂະພາບແຂງແຮງ
ຄົນເກີດວັນ ພະຫັດ
ສິ່ງທີ່ຄວນເຮັດ : ຄວນຫາເວລາດີໆຫລັງຈາກການເຮັດວຽກ ມາເຮັດອາຊີບເສີມ ຈະເປັນການເພີ່ມເມັດເງິນໃຫ້ທ່ານໄດ້ດີຫລາຍ ເພາະຊ່ວງນີ້ດວງຂອງທ່ານຢູ່ໃນຂາຂຶ້ນ
ສິ່ງທີ່ບໍ່ຄວນເຮັດ : ບໍ່ຄວນໄປທ່ຽວຫລາຍເກີນໄປ ເພາະອາດຈະເຮັດໃຫ້ທ່ານບໍ່ມີເງິນເກັບໄດ້ ຖ້າທ່ານຫລຸດຜ່ອນໄດ້ທ່ານຈະເລີ່ມມີເງິນເກັບ
ຄົນເກີດວັນ ສຸກ
ສິ່ງທີ່ຄວນເຮັດ : ການຫາອາຊີບເສີມມາເຮັດໃນຊ່ວງເວລາວ່າງຫລັງຈາກວຽກຫລັກນັ້ນເປັນສິ່ງທີ່ທ່ານຄວນເຮັດ
ສິ່ງທີ່ບໍ່ຄວນເຮັດ : ບໍ່ຄວນນອນເດິກທຸກຄືນ ຈະເຮັດໃຫ້ທ່ານເສຍສຸຂະພາບໄດ້ ການນອນຫລັບພັກຜ່ອນໃນຕອນບ່າຍ 15-20 ນາທີ ຈະຊ່ວຍໃຫ້ທ່ານມີປະສິດທິພາບໃນການເຮັດວຽກຫລາຍຂຶ້ນ
ຄົນເກີດວັນ ເສົາ
ສິ່ງທີ່ຄວນເຮັດ : ເຂົ້າວັດເຮັດບຸນທຸກຄັ້ງທີ່ມີໂອກາດ ຫລື ເຂົ້າທຸກໆວັນສິນໃຫ່ຍກໍ່ໄດ້ ຈະເປັນການດີ ສົ່ງເສີມຊີວິດດວງຊະຕາຂອງທ່ານໄດ້
ສິ່ງທີ່ບໍ່ຄວນເຮັດ : ບໍ່ຄ່ອຍປ່ອຍຕົວໄປກັບອາລົມ ຈົນເຮັດໃຫ້ງານສຳຄັນໆຂອງທ່ານໄດ້ຮັບຜົນເສຍຫາຍ,
ຄົນເກີດວັນ ອາທິດ
ສິ່ງທີ່ຄວນເຮັດ : ການທຳບຸນທຳທານ ປ່ອຍນົກປ່ອຍກາ ຈະຊ່ວຍສົ່ງເສີມດວງຊະຕາຂອງທ່ານໄດ້ດີຫລາຍ
ສິ່ງທີ່ບໍ່ຄວນເຮັດ : ບໍ່ຄວນຢຸດເຊົາການອອກກຳລັງກາຍ ຈະເຮັດໃຫ້ສຸຂະພາບບໍ່ພ້ອມທີ່ຈະເຮັດສິ່ງໃຫມ່ໆ ລວມເຖິງວຽກການຈະເສຍຫາຍໄດ້