ຄຳຖາມຍອດຮິດ “ເປັນຫຍັງນັກສຶກສາ ຈົບມາແລ້ວຈິ່ງເຕະຝຸ່ນ?”
1.ເປັນຍ້ອນລະບົບການສຶກສາຂອງລາວເຮົາທີ່ຍັງໃຊ້ລະບົບເກົ່າ ໂດຍເນັ້ນໃຫ້ຮຽນແບບທ່ອງຈຳຄືນົກແກ້ວ ຢູ່ໃນກອບຢູ່ໃນຕຳລາບໍ່ກ້າຄິດກ້າທຳສິ່ງໃໝ່ ເພາະຢ້ານຜູ້ໃຫຍ່ຮ້າຍ ສຸດທ້າຍເມື່ອຮຽນຈົບມາ ຈິ່ງບໍ່ຮູ້ຈັກຄິດເອງ ແລະ ຂາດຄວາມກ້າຫານ. ໂທດໃຜບໍ່ໄດ້ ຕ້ອງໂທດລະບົບການສຶກສາ, ໃນເມື່ອບໍ່ສອນໃຫ້ນັກສຶກສາຮູ້ຈັກຄິດ ກໍຕ້ອງຮັບຜິດຊອບຊອກວຽກເຮັດງານທຳໃຫ້ພວກເຂົາ ແລະ ພວກເຂົາກໍມີສິດໂທດຜູ້ໃຫຍ່ ໂທດການສຶກສາ ເພາະສອນພວກເຂົາມາແບບນີ້.
2.ເປັນຍ້ອນພໍ່ແມ່ລ້ຽງລູກແບບເທວະດາ, ກໍຍ້ອນຄວາມຮັກພໍ່ແມ່ຈິ່ງທຸ່ມເທເພື່ອລູກທຸກຢ່າງ ໂດຍບໍ່ຍອມປ່ອຍໃຫ້ລູກຮູ້ຈັກຄວາມທຸກຄວາມຍາກ ແລະ ຍິ່ງພໍ່ແມ່ຄົນໃດທີ່ເຄີຍທຸກມາກ່ອນ ກໍຍິ່ງບໍ່ຍອມອະນຸຍາດໃຫ້ລູກຮູ້ຄວາມທຸກ, ຈິ່ງທຸ່ມເທບັນນາການວັດຖຸທຸກຢ່າງ ຂໍແຕ່ໃຫ້ລູກຮຽນໜັງສືເກ່ງໆກໍພໍ ເພາະບໍ່ຢາກໃຫ້ລູກມາທຸກຄືດັງພໍ່ແມ່ຕອນໃນອະດີດ. ສຸດທ້າຍ ເມື່ອພວກເຂົາໃຫຍ່ມາ ຈິ່ງກາຍເປັນຄົນທີ່ເຮັດຫຍັງກໍບໍ່ເປັນ ນອກຈາກຮຽນໜັງສື ແລະ ຮຽນໜັງສືກໍບໍ່ເກ່ງ ບໍ່ສົມຄວາມຕັ້ງໃຈຂອງພໍ່ແມ່ທີ່ທຸ່ມເທໃສ່ເລີຍ. ແຕ່ຈະໂທດລູກໆບໍ່ໄດ້ ຕ້ອງໄປໂທດພໍ່ແມ່ ທີ່ລ້ຽງລູກແບບສະບາຍ ລ້ຽງລູກແບບເທວະດາ ກໍຕ້ອງລ້ຽງລູກໄປຕະຫຼອດຊີວິດ.
3.ຍ້ອນຄົນຫາວຽກຫຼາຍກວ່າວຽກຫາຄົນ : ສະໄໝນີ້ຕ້ອງບອກເລີຍວ່າໃຜຈົບມາກໍຢາກມີວຽກເຮັດ ແຕ່ກໍມີຫຼາຍໆຄົນບໍ່ໄດ້ເຂົ້າວຽກ ສາເຫດຍ້ອນຄົນຫຼາຍເກີນໄປ ອີກຢ່າງກໍຄືບາງວຽກ ກໍຕ້ອງໄດ້ໃຊ້ທຶນຫຼາຍ ເພາະບໍ່ມີເງິນໃຫ້ເຂົາເລີຍບໍ່ມີສິດເຂົ້າວຽກດັ່ງກ່າວ ອັນນີ້ຫຼາຍໆຄົນຄົງເຄີຍໄດ້ຍິນວ່າ ຈຳນວນເງິນເທົ່ານັ້ນເທົ່ານີ້ຈື່ງຈະໄດ້ເຂົ້າວຽກນຳເຂົາ ບາງຄົນບໍ່ມີເງິນ ເພາະຕອນພໍ່ແມ່ສົ່ງຮຽນກໍໝົດເປັນເທົ່າໃດແລ້ວ.
4.ເປັນເພາະຕົນເອງ : ໃນເມື່ອນັກສຶກສາທີ່ຈົບມາແລ້ວ ບໍ່ມີວຽກເຮັດງານທຳ, ໂທດລະບົບການສຶກສາ ກໍໂທດແລ້ວ, ໂທດສັງຄົມ ກໍໂທດແລ້ວ, ໂທດຜູ້ໃຫຍ່ກໍໂທດແລ້ວ, ໂທດພໍ່ແມ່ ກໍໂທດແລ້ວ ຍັງເຫຼືອແຕ່ຍັງບໍ່ທັນໂທດໂຕເອງ ວ່າສິ່ງທີ່ເຮັດໃຫ້ຕົນເອງຍັງເຕະຝຸ່ນຢູ່ນັ້ນ ຕົວເຮົາເອງກໍມີສ່ວນກ່ຽວຂ້ອງ ເພາະມັນຄືຊີວິດຂອງເຮົາເອງ ທີ່ເຮົາຕ້ອງເປັນເຈົ້າຂອງຕົນເອງ ເຊິ່ງບໍ່ແມ່ນພໍ່ແມ່, ສັງຄົມ ຫຼື ລະບົບການສຶກສາທີ່ເປັນເຈົ້າຂອງຕົວເຮົາ ແຕ່ຖ້າເຮົາຍັງບໍ່ຍອມຕື່ນ ບໍ່ຍອມລຸກຂຶ້ນມາຮັບຜິດຊອບຕົນເອງ ມີແຕ່ຍັງນອນໂທດຕົນເອງຢູ່ຕໍ່ໄປ ເຮົາກໍຕ້ອງມາເຕະຝຸ່ນຕໍ່ໄປ ແລ້ວປ່ອຍໃຫ້ຄົນອື່ນມາດູຖູກວ່າເຮົານັ້ນເປັນຄົນບໍ່ມີນ້ຳຢາ, ເປັນຄົນຂີ້ຄ້ານ ທີ່ຫຼີກວຽກໜັກມັກວຽກເບົາ ຢາກເຮັດແຕ່ວຽກທີ່ສະບາຍໆ ແລະ ເປັນເຈົ້າເປັນນາຍໄວ ເຊິ່ງມີແຕ່ຢູ່ໃນນິຍາຍ ຫຼື ລະຄອນນ້ຳເນົ່າ ທີ່ມີແຕ່ກິນກັບຫຼິ້ນ ເພາະຢູ່ໃນໂລກຈິງແມ່ນບໍ່ມີ ໂດຍສະເພາະໂລກໃນປັດຈຸບັນນີ້ ທີ່ເປັນໂລກແຫ່ງເທັກໂນໂລຢີ ທີ່ເຂົາໃຊ້ຫຸ່ນຍົນມາເຮັດວຽກແທນຄົນແລ້ວ ຄົນເຮົາຈະບໍ່ໄດ້ແຂ່ງຂັນກັບຄົນ ແຕ່ຕ້ອງແຂ່ງຂັນກັບຫຸ່ນຍົນ ແຕ່ຍັງຈະມາໂທດວ່າ ປີ 2019 ນີ້ ທາງລັດຖະບານ ທ່ານນາຍົກເພິ່ນຫຼຸດໂກຕ້າຮັບຄົນເຂົ້າເຮັດວຽກເປັນພະນັກງານລັດໜ້ອຍລົງ ຖ້າຍັງຂືນມາຈົ່ມແຕ່ນ້ອຍອົກນ້ອຍໃຈໃສ່ເລື່ອງໂກຕ້າອັນນີ້ບໍ່ແລ້ວບໍ່ເຊົາ ເຈົ້າກໍຕ້ອງເຕະຝຸ່ນຕະຫຼອດປີຊີຊາດ ເດີນ້ອງໆນັກຮຽນນັກສຶກສາຜູ້ໜ້າຮັກເອີຍ.
ບົດຄວາມນີ້ ຂຽນຂຶ້ນ ບໍ່ມີເຈດຕະນາໂຈມຕີໃຜ ຢາກໃຫ້ເປັນອຸທາຫອນສອນໃຈ ສຸດທ້າຍຢາກໃຫ້ຈຳຄຳສອນຂອງພະພຸດທະເຈົ້າທີ່ວ່າ “ຕົນເປັນທີ່ເພິ່ງແຫ່ງຕົນ” ຈົ່ງເອົາຄຳນີ້ໄປໃຊ້ໃນຊີວິດ.