ນັບຕັ້ງແຕ່ອາດີດ ຈົນມາເຖິງປັດຈຸບັນ, ປະເທດລາວ ເຮົາໄດ້ສົ່ງຕົວແທນສາວລາວ ໄປປະກວດໃນເວທີ “Miss Universe” ພຽງ 4 ຄົນຄື: ສຸພາພອນ ສົມວິຈິດ, ອອນອານົງ ຫອມສົມບັດ,ວິຈິດຕາ ພອນວິໄລ ແລະ ຄຣິສຕິນາ ລາຊະສິມມາ

ວັນທີ 18 ມີນາ 2021 ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກອງປະກວດຝ່າຍລາວ ໄດ້ຈັດງານເປີດໂຕ ຄຣິສຕິນາ ລາສະສິມມາ ຜູ້ຄອງມຸງກຸດ Miss Universe Laos 2020 ແລະ ເປັນຕົວແທນສາວລາວໄປປະກວດ Miss Universe 2020 ທີ່ ລັດ ຟຣໍຣິດ້າ ປະເທດ ສະຫະລັດອາເມລິກາ

ແລະ ກ່ອນທີ່ ຄຣິສຕິນາ ຈະຝ່າວິກິດໂຄວິດ-19 ໄປປະກວດ Miss Universe 2020 ກໍ່ມີອຸປະສັກພໍສົມຄວນ, ເປັນຕົ້ນແມ່ນເລື່ອງ Visa ກໍ່ໄດ້ມາແບບເກືອບບໍ່ທັນ ທັງນີ້, ທີມງານກອງປະກວດຂອງລາວກໍ່ອອກວິຊ່າບໍ່ໄດ້ ເຮັດໃຫ້ລາວຕ້ອງເດີນທາງຄົນດຽວ ເພື່ອໄປປະກວດທີ່ສະຫະລັດອາເມລິກາ

30 ປີທີແລ້ວ, ວິໄລຄຳ ລາຊະສິມມາ (Vilaykham lasasimma) ພໍ່ຂອງຄຣິສຕິນາ ໄດ້ໄປຮຽນຕໍ່ທີ່ Belarusian State University ທີ່ ຣັດເຊຍ ຈຶ່ງໄດ້ແຕ່ງງານກັບນາຕາເລຍ (Natalia Lasasimma) ຊາວເບລາຣຸດ ທັ້ງສອງມີລູກ 2 ຄົນຄື Chistina Lasasimma และ Dmitry Lasasimma (ເບລາຣຸດເປັນສ່ວນໜຶ່ງຂອງຣັດເຊຍກ່ອນທີ່ຈະແຍກອອກມາ)

ຄຣິສຕິນາ ມີຍ່າ (ແມ່ຂອງພໍ່) ຊື່ “ເພັດສະໝອນ ລາຊະສິມມາ ” ຊາວເຜົ່າລະເວນ ພູພຽງບໍລິເວນ ເມືອງເລົ່າງາມ ແຂວງ ສາລະວັນ ເປັນນັກຮົບປະຕິວັດຍິງລາວ ແລະ ເປັນອາດີດປະທານສູນກາງສະຫະພັນແມ່ຍິງລາວ. ສ່ວນພໍ່ເຖົ້າຊື່ວ່າ ມະຫາຄຳແດງ ຊາວວຽງຈັນ ກໍ່ເປັນນັກປະຕິວັດລຸ້ນບຸກເບີກເຊັ່ນດຽວກັນ

ຄຣິສຕິນາ ເຄີຍໄດ້ໃຫ້ສຳພາດກັບລາຍການໜຶ່ງວ່າ “ການຕັດສິນໃຈປະກວດນາງສາວລາວ ເພາະຄຣິດຕິນາ ຢາກຈະບອກທຸກຄົນວ່າ ລາວແມ່ນສາວລາວ ມີຄວາມພາກພູມໃຈໃນຄວາມເປັນລາວ”

ແນວໃດກໍ່ຕາມ, ເຖີງວ່າ ຈະບໍ່ໄດ້ເຂົ້່ຮອບເລິກໆ ແລະ ບໍ່ໄດ້ມຸງກຸດກໍ່ຕາມ ແຕ່, ຄຣິສຕິນາ ໄດ້ເຮັດໜ້າທີ່ຄົບຖ້ວນສົມບູນແລ້ວ ເທິງເວທີນາງງາມຈັກກະວານ