ໃນທີ່ສຸດກໍຄວ້າລາງວັນຊຸດປະຈຳຊາດດີເດັ່ນໄປຄອງສະແດງຄວາມຍິນດີກັບ Miss Universe Myanmar.

ຊຸດປະຈໍາຊາດທີ່ງາມເດັ່ນມີເອກກະລັກ ພ້ອມຄໍາເວົ້າທີ່ສື່ເຖິງສະຖານະການທາງການເມືອງທີ່ກຳລັງເຄັ່ງຮ້ອນໃນປະເທດມຽນມາບ້ານເກີດຂອງນາງໄດ້ດີທີ່ສຸດ “Pray for Myanmar”.
Ma Thuzar Wint Li ຫຼື ແຄນດີ້ ນາງງາມຈາກມຽນມາຜູ້ໃສ່ຊຸດປະຈຳຊາດທີ່ຊະນະເລີດນີ້ກ່າວວ່າ ຊຸດປະຈຳຊາດທີ່ກຽມມາແມ່ນມາບໍ່ຮອດຟລໍຣິດາ ເນື່ອງຈາກສູນຫາຍໄປໃນກະເປົາເດີນທາງລະຫວ່າງເດີນທາງ
ໂດຍຊຸດທີ່ໃສ່ປະກວດ ແລະ ຊະນະນີ້ ແມ່ນຊຸດໃໝ່ທີ່ຄົນມຽນມາທີ່ອາໄສຢູ່ໃນສະຫະລັດອາເມລິກາເປັນຜູ້ຊ່ວຍຈັດຫາໃຫ້ໃໝ່ ໂດຍເປັນຊຸດຂອງຊົນເຜົ່າ Chin.
ທີ່ມາ: ທີມຂ່າວບັນເທີງ muan.la