Breaking News

ຈາກການປະຊຸມຂອງກະຊວງສາທາ ຮ່ວມກັບແພດຈີນປະເມີນໃຫ້ປະເທດເຮົາວ່າ ຖ້າຍັງມີການລະບາດອີກ..

#ເອົາໄວ້ເຕືອນສຳລັບຄົນທີ່ຍັງຖືເບົາ

ຈາກການປະຊຸມຂອງກະຊວງສາທາ ຮ່ວມກັບແພດຈີນປະເມີນໃຫ້ປະເທດເຮົາວ່າ ຖ້າຍັງມີການລະບາດອີກ..

ປະເທດລາວຈະຮັບບໍ່ໄຫວ ເພາະເຄື່ອງມືການແພດບໍ່ທັນສະໄຫມ ບໍ່ພຽງພໍ ເຄື່ອງກວດກໍ່ໄດ້ຜົນຊ້າ ການຄັດກອງຄົນກໍ່ບໍ່ໄດ້ມາດຕະຖານ ການກັກໂຕກາບໍ່ໄດ້ດີ ເພາະຍັງຢູ່ນຳກັນ ກິນເຂົ້າຮ່ວມກັນເປັນກຸ່ມກ້ອນ ຄົນພາຍນອກກໍ່ໄປມາຫາສູ່ກັນຢູ່..

ຢູ່ປະເທດຈີນເພິ່ນກັກຕົວແມ່ນກັກໂຕປ່ຽວ ກິນໃຜກິນມັນ ຢູ່ຮ່ວມກັນຕ້ອງເວັ້ນໄລຍະຫ່າງ ທາງທີ່ດີຢ່າອອກໄປໃສ ຖ້າບໍ່ຈຳເປັນ ອອກໄປຕ້ອງໃສ່ຜ້າປິດປາກ ໃສ່ຖົງມື ລ້າງມືໃສ່ສະບູ່ເປັນປະຈຳ ອອກບ້ານໄປກັບບ້ານຕ້ອງອາບນ້ຳປ່ຽນເຄື່ອງແລະເອົາໄປຊັກໂລດ.

ຖ້າຄົນລາວເຮົາບໍ່ພ້ອມໃຈກັນປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຄັ່ງຄັດແລ້ວ ລາວເຮົາຈະຕາຍເກື່ອນກັນ,ບໍ່ແຕກຕ່າງຫຍັງກັບຊາວອິນເດຍຊາວອີຕາລີ່ ເພາະໂຮງໝໍ ອຸປະກອນ ແລະ ບຸກຄະລາກອນການແພດເຮົາບໍ່ພຽງພໍ ທີ່ຈະຮັບມືກັບການລະບາດແນ່ນອນ..

ປົວຜູ້ຫນື່ງຍັງຜູ້ຫນື່ງ ຄິດເບີ່ງນຳກັນວ່າເຄື່ອງຊ່ວຍຫາຍໃຈຂອງພວກເຮົາມີຈັກເຄື່ອງ? ໂຮງໝໍເຮົາມີຈັກຫ້ອງນອນ? ແພດໝໍເຮົາມີຈັກຄົນ? ຖ້າແພດຕິດເຊື້ອຕື່ມເດຈະເຮັດແນວໃດ?

ເບິ່ງຄົນທີ່ຕາຍລະເນລະນາດນັ້ນ,ແມ່ນຍ້ອນບໍ່ມີໂອກາດໄດ້ປິ່ນປົວ ບໍ່ແມ່ນຕາຍຍ້ອນປົວບໍ່ດີ ສະນັ້ນທຸກຄົນຢ່າຖືເບົາເດັດຂາດ.

ເຄັ່ງຄັດຖ້າໃຜບໍ່ທັນຢາກຕາຍ ພະຍາດອັນນີ້ມັນອັນຕະລາຍກວ່າທີ່ຄິດ,ຄຸມບໍ່ຢູ່ອີ່ຫຼີແທ້ໃດ.

ໃຜທີ່ຍັງບໍ່ທັນຢາກຕາຍຢ່າງທໍລະມານຍ້ອນຕິດເຊື້ອໂຄວິດ ແມ່ນຕ້ອງຕື່ນຕົວປະຕິບັດຕາມຄຳສັ່ງຂອງລັດຖະບານ ຢ່າອອກນອກເຮືອນ(ຍົກເວັ້ນຜູ້ທີ່ມີພັນທະຮັບຜິດຊອບຕາມການມອບໝາຍ ທະນະຄານ ໂຮງ ງານ ຕ່າງໆ ແລະ ໄປຊື້ເຄື່ອງອຸປະໂພກບໍລິໂພກ ແລະ ໄປໂຮງໝໍ ໃຫ້ ປະ ຕິບັດ ຢ່າງ ເຂັ້ມ ງວດ )

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.