“ພວກເຮົາປະຊາຊົນລາວ ຂໍອວຍພອນໃຫ້ຄະນະທີມແພດ ສປ.ຈີນ ,ຈົ່ງມີຄວາມຜາສຸກ ແລະ ເດີນທາງດ້ວຍຄວາມສະຫວັດດີພາບ.. “

ພາຍຫຼັງຄະນະຊ່ຽວຊານແພດຈີນສໍາເລັດໜ້າທີ່ຕ້ານໂຄວິດ-19 ແລະ ກັບຄືນປະເທດຈີນ

ໂອກາດນີ້ຝ່າຍລາວ , ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຕີລາຄາສູງ ຕໍ່ການຊ່ວຍເຫຼືອຢ່າງທັນການຂອງ ສປ ຈີນໃນຄັ້ງນີ້ ກໍ່ຄືຫຼາຍຄັ້ງທີ່ຜ່ານມາ ໄດ້ສະແດງອອກຢ່າງຈະແຈ້ງທີ່ສຸດເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງ ພັກ, ລັດ ແລະປະຊາຊົນຈີນທີ່ມີຕໍ່ພັກ, ລັດ ແລະປະຊາຊົນລາວ ໃນຍາມທີ່ມີຄວາມຫຍຸ້ງຍາກທີ່ສຸດ.

…ພ້ອມກັນນີ້ຍັງສະແດງອອກແຈ້ງເຖິງຄວາມເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນເຊື້ອອັນເຫີງນານ, ທັງເປັນຄູ່ຮວມຍຸດທະສາດໝັ້ນຄົງຕາມທິດສີ່ດີ ໃນການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມລາວ-ຈີນ, ຈີນ-ລາວ


ເຊິ່ງໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກນັບມື້ບໍ່ຢຸດຢັ້ງ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງລະຫວ່າງການທູດຂອງສອງປະເທດຄົບຮອບ 60 ປີ ແລະປີນີ້ຍັງເປັນປີມິດຕະພາບລາວ-ຈີນ ຈີນ-ລາວນໍາອີກ.