ຂປລ. ແຫລ່ງຂ່າວຈາກແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຢູ່ເຂດຫລັກໝາຍ ຊາຍແດນລາວ-ຈີນ, ທ່ານ ພັອ ເຈີນຊຽວພິງ ຮອງຫົວໜ້າກອງບັນຊາການ ຕໍາຫລວດກິ່ງ ແຂວງສິບສອງປັນນາ ແຫ່ງ ສປ ຈີນ, ພ້ອມຄະນະ ໄດ້ມອບອຸປະກອນການແພດ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ ກອງບັນຊາການ ປກສ 5 ແຂວງ ພາກເໜືອຂອງລາວ ຄື:

ກອງບັນຊາການ ປກສ ແຂວງຫລວງນໍ້າທາ, ຜົ້ງສາລີ, ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຫລວງພະບາງ ກ່າວຮັບໂດຍ ທ່ານ ພັທ ພອນແກ້ວ ພົງແສນຫລວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫລວງນໍ້າທາ ພ້ອມດ້ວຍຫົວໜ້າ-ຄະນະກອງບັນຊາການ ປກສ ແຂວງ 4 ແຂວງດັ່ງກ່າວ.ເຄື່ອງນໍາມາມອບໃນຄັ້ງນີ້, ປະກອບ:

ມີຜ້າອັດປາກ-ດັງ, ຜ້າອັດປາກ N95, ຊຸດປ້ອງກັນເຊື້ອພະຍາດ, ແວ່ນຕາ ແລະ ເຄື່ອງວັດແທກອຸນຫະພູມ ລວມມູນຄ່າທັງໝົດ 250.000 ຢວນ ຫລື ເທົ່າກັບ 370 ລ້ານກີບ. ໃນນີ້, ສະເພາະກອງບັນຊາການ ປກສ ແຂວງຫລວງນໍ້າທາ ໄດ້ຮັບຜ້າອັດປາກ-ດັງ ຈໍານວນ 15 ແກັດ, ມີ 45.000 ອັນ,
ຜ້າອັດປາກ N95 ຈຳນວນ 2 ແກັດ, ຊຸດປ້ອງກັນເຊື້ອພະຍາດ 8 ແກັດ ມີ 320 ຊຸດ, ແວ່ນຕາ 1 ແກັດ ມີ 200 ອັນ ແລະ ເຄື່ອງວັດແທກອຸນຫະພູມ 5 ແກັດ ມີ 100 ອັນ.ໂອກາດນີ້, ທ່ານ ພັທ ພອນແກ້ວ ພົງແສນຫລວງ ກໍໄດ້ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ແລະ ຂອບໃຈ ນໍາກອງບັນຊາການ ຕຳຫລວດກິ່ງ ແຂວງສິບສອງປັນນາ ສປ ຈີນ ທີ່ໄດ້ໃຫ້ການປະກອບສ່ວນຊຸກຍູ້ຊ່ວຍເຫລືອໃຫ້ແກ່ກຳລັງ ປກສ ກໍຄື ປະຊາຊົນລາວໂດຍດີຕະຫລອດມາ. ພ້ອມທັງຢືນຢັນວ່າ ບັນດາວັດຖຸ, ອຸປະກອນ,

ເຄື່ອງມືທາງການແພດທັງໝົດ ທີ່ໄດ້ຮັບຈາກການຊ່ວຍເຫລືອໃນຄັ້ງນີ້ ຈະນຳໄປແຈກຢາຍ ແລະ ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພທະແມ່ນການຕ້ານ, ສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19.
ຂ່າວ: ສົມພອນ ຂຸນດາວົງ