Breaking News

ປະທານປະເທດ ສປປ ລາວ ກ່າວຄຳປາໄສປຶກສາຫາຫລື ໂບອາວ ເພື່ອອາຊີ ປະຈຳປີ 2021 ທີ່ ສປ ຈີນ

ສຶກສາຂໍ້ມູນ “ປະທານປະເທດແຫ່ງ ສປປລາວ ກ່າວຄຳປາໄສໃນພິທີເປີດກອງປະຊຸມປຶກສາຫາລືໂບອາວ ເພື່ອອາຊີປະຈຳປີ 2021, ທີ່ໄດ້ໄຂຂຶ້ນຢ່າງເປັນທາງການທີ່ແຂວງຫາຍໜານ ສປຈີນ.”1. ກອງປະຊຸມພາຍໃຕ້ຫົວຂໍ້ “ທ່າມກາງການປ່ຽນແປງຂອງໂລກ, ການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານໂລກ ແລະ ເພີ່ມທະວີການຮ່ວມມືພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ”, ເຊີ່ງເປັນປີຄົບຮອບ 20 ປີແຫ່ງການສ້າງຕັ້ງເວທີດັ່ງກ່າວ,2. ມີການເຂົ້າຮ່ວມຂອງການນຳຂັ້ນສູງຈາກ ສປຈີນ, ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຈາກ 29 ປະເທດທົ່ວທະວີບອາຊີ ຜ່ານລະບົບອອນລາຍ,3. ກອງປະຊຸມໃນຄັ້ງນີ້ໄດ້ເຊື້ອເຊີນ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປລາວ ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີເປີດກອງປະຊຸມຢ່າງເປັນທາງການ ຜ່ານລະບົບອອນລາຍ,4. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອຮັດແໜ້ນຄວາມສາມັກຄີ, ເສີມຂະຫຍາຍສາຍພົວພັນອັນດີງາມພາຍໃນພາກພື້ນອາຊີ ແລະ ແນໃສ່ປຶກສາຫາລືກ່ຽວກັບແຜນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ກຳລັງແຜ່ລາມໄປໃນທົ່ວໂລກເຊິ່ງໃນນັ້ນພາກພື້ນອາຊີ-ປາຊີຟິກ ກໍ່ແມ່ນພາກພື້ນໜຶ່ງທີ່ມີຄວາມສ່ຽງສູງ,5, ດັ່ງນັ້ນ, ເພື່ອສະກັດກັ້ນການແຜ່ລະບາດ ແລະ ຟື້ນຟູເສດຖະກິດ ການສືບຕໍ່ຮ່ວມມື ແລະ ການວາງມາດຕະການຕ່າງໆ ຈຶ່ງເປັນສິ່ງຈຳເປັນທີ່ສຸດໃນການຄວບຄຸມ ແລະ ແກ້ໄຂບັນຫາຕ່າງໆໃນພາກພື້ນ,6. ນອກຈາກນີ້ຍັງໄດ້ປຶກສາຫາລືກ່ຽວກັບບັນຫາ ຕ່າງໆເຊັ່ນ: ການຊ່ວງຊິງຜົນປະໂຫຍດຂອງປະເທດມະຫາອຳນາດ, ຜົນກະທົບດ້ານເສດຖະກິດ, ການຖ່າຍໂອນອຳນາດ ແລະ ການຈັດລະບຽບໂລກ:7. ກອງປະຊຸມ ເວທີປຶກສາຫາລືໂບອາວ ເພື່ອອາຊີໃນຄັ້ງນີ້ ເປັນຂີດໝາຍອັນສຳຄັນສຳລັບ ສປປລາວ ໃນການປຶກສາຫາລືກ່ຽວກັບສິ່ງທ້າທາຍຕ່າງໆ ແລະ ແລກປ່ຽນທັດສະນະຮ່ວມກັບບັນດາປະມຸກລັດ, ນັກຄົ້ນຄວ້າ, ນັກວາງນະໂຍບາຍ ເພື່ອຊອກຫາວິທີທາງອອກ ແລະ ເພີ່ມທະວີຂອບການຮ່ວມມືໃນດ້ານຕ່າງໆ,8. ການເຊື່ອມໂຍງເສດຖະກິດ, ໂຄງລ່າງພື້ນຖານດ້ານ ICT ແລະ ການຫັນປ່ຽນ ສປປລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ເປັນປະເທດທີ່ເຊື່ອມໂຍງກັບພາກພື້ນ,9. ດັ່ງນັ້ນ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ຈຶ່ງມີບົດບາດສຳຄັນ ໃນການພັດທະນາເສດຖະກິດ ແລະ ຂ້າມຜ່ານຂໍ້ຈຳກັດດ້ານພູມສັນຖານຂອງ ສປປລາວ,ໃນໂອກາດດັ່ງກ່າວນີ້,ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປລາວ ຍັງໄດ້ຮຽກຮ້ອງໃຫ້ ບັນດາປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ ທີ່ກຳລັງປະເຊີນຊະຕາກຳອັນດຽວກັນມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມສາມັກຄີກັນ ເພື່ອຮ່ວມກັນເອົາຊະນະສິ່ງທ້າທາຍທັງປວງ, ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານໂລກ ແລະ ສ້າງອະນາຄົດທີ່ສົດໃສໃຫ້ແກ່ໂລກຂອງພວກເຮົາ (ຂໍ້ມູນກົມການຂ່າວ ກະຊວງການຕ່າງປະເທດ).

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.