Breaking News

ດ້ວຍ ລັອກດາວຕໍ່ອີກ 15 ວັນ

ລັດຖະບານ ຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່​ໄດ້​ລະ​ບຸໃນຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 406/ຫສນຍ, ລົງວັນທີ 26 ເມສາ 2021, ແຈ້ງການ ສະບັບເລກທີ 462/ຫສນຍ,

ລົງວັນທີ 05 ພຶດສະພາ 2021 ແລະ ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມ 15 ວັນ ເລີ່ມແຕ່ເວລາ 0 ໂມງ ຂອງວັນທີ 21 ພຶດສະພາ ຫາ ເວລາ 24:00 ໂມງ ຂອງວັນທີ 04 ມິຖຸນາ 2021, ພ້ອມທັງ ຍົກລະດັບມາດຕະການ ໃນການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດ COVID-19 ແລະ ຜ່ອນຜັນບາງມາດຕະການ ຢູ່​ບາງບໍ​ລິ​ເວນ ດັ່ງນີ້:

ສຳລັບມາດຕະການເພີ່ມເຕີມ ມີດັ່ງນີ້:

1.ປິດຮ້ານເສີມສວຍ, ຮ້ານຕັດຜົມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ກາຊິໂນ ແລະ ຮ້ານເກມທຸກປະເພດ.

2. ເຂດໃດ ແລະ ບ້ານໃດ ທີ່ຖືກກຳນົດເປັນເຂດແດງ ໃຫ້ປິດບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳ, ຍົກເວັ້ນໂຮງ​ງານ​ທີ່​ມີ​ຫໍ​ພັກ​ຂອງ​ແຮງ​ງານ​ຢູ່​ໃນ​ບໍ​ລິ​ເວນ​ໂຮງ​ງານ​ຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງ​ວດ. ໃນໄລຍະພັກວຽກນີ້, ໃຫ້ຜູ້ປະກອບການ ຂອງບັນດາໂຮງງານ, ຫົວໜ່ວຍການຜະລິດ ທີ່ປິດ ມີລະບຽບການໃນການຄຸ້ມຄອງແຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ (ໃຫ້ພັກຢູ່ທີ່ຫໍພັກຂອງຕົນ) ແລະ ປະຕິບັດນະໂຍບາຍສະຫວັດດີການ ໃຫ້ແກ່ແຮງງານເຫຼົ່ານັ້ນ ຖືກຕ້ອງ, ຄົບຖ້ວນ ຕາມ

3. ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ທ້ອງຖິ່ນ ຫຼື ເຂດທີ່ມີການຕິດເຊື້ອ (ເຂດແດງ) ຫຼື ເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດ ຈາກອົງການປົກຄອງທ້ອງ ຖິ່ນທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ແລະ ເຫດຜົນຈຳເປັນ ເຊັ່ນ: ການຂົນສົ່ງສິນຄ້າ ແລະ ສົ່ງສະບຽງອາຫານ, ໄປໂຮງໝໍ, ໄປຮັບວັກຊີນ ແຕ່ໃຫ້ຂະ​ແໜງ​ສາທາລະນະ​ສຸກ ​ແລະ ​​ເຈົ້າ​ໜ້າ​ທີ່ກ່ຽວຂ້ອງ ຕັ້ງດ່ານ ເພື່ອກວດສຸຂະພາບ, ເອກະສານທີ່ກ່ຽວຂ້ອງ ແລະ ເກັບກໍາຂໍ້ມູນ ຢ່າງຮັດກຸມ.

4. ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ກິດຈະກໍາຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 10 ຄົນ. ກໍລະນີທີ່ຈະຕ້ອງ ຈັດກິດຈະກຳໃດໜຶ່ງທີ່ຈຳເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືໃສ່ສະບູ ຫຼື ເຈ​ລ​ລ້າງ​ມື້ ຄັກແນ່.

ADVERTISEMENT5. ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່ ໃນເຂດທີ່ມີການລະບາດ ແລະ ເຂດທີ່ມີຄວາມສ່ຽງ.

6. ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍ ການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈລລ້າງມື ຢູ່ບັນດາຮ້ານຂາຍເຄື່ອງຍ່ອຍ (ມິນິມາດ), ຊູບເປີມາເກັດ,

7. ເຫັນດີໃຫ້ສືບຕໍ່ຮັບການຊ່ວຍເຫຼືອຈາກຜູ້ປະກອບການ, ສັງຄົມ ແລະ ພາກສ່ວນຕ່າງໆ ແຕ່ໃຫ້ຄະນະ ສະເພາະກິດ ຄົ້ນຄວ້າຮູບແບບການຮັບເຄື່ອງຊ່ວຍ ເຫຼືອດັ່ງກ່າວ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດ.

8. ໃຫ້ຄະນະສະເພາະກິດນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ອອກຂໍ້ແນະນຳລະອຽດໃນການຈັດຕັ້ງ ປະຕິບັດມາດຕະການຕ່າງໆ ຕາມຄວາມເໝາະສົມ ຢູ່ແຕ່ລະເປົ້າໝາຍ ກໍຄື ຢູ່ແຕ່ລະເຂດ ເຊັ່ນ : ເຂດແດງ, ເຂດເຫຼືອງ ແລະ ເຂດຂຽວ.

ສ່ວນມາດຕະການຜ່ອນຜັນ ມີດັ່ງນີ້:

1. ທ້ອງຖິ່ນໃດ​ທີ່ບໍ່​ມີ​ການ​ລະ​ບ​າດໃນ​ຊຸມ​ຊົນ ໃຫ້​ສາ​ມາດເດີນ​ທາງ​​ເຂົ້າ​-ອອກ​ ​ພາຍ​ໃນ​ທ້ອງຖິ່ນຕົນ ໄດ້ປົກ​ກະ​ຕິ.

2. ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກລະຫວ່າງແຂວງຕໍ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ

3. ສຳລັບຮ້ານອາຫານ ແລະ ຮ້ານກາເຟ ໃຫ້ເປີດສະເພາະແຕ່ຜູ້ສັ່ງກັບເມືອເຮືອນຕົນ ຫຼື ມີບໍລິການສົ່ງເຖິງສະຖານທີ່ເທົ່ານັ້ນ. ຫ້າມບໍ່ໃຫ້ລູກຄ້ານັ່ງກິນ-ດື່ມ ຢູ່ໃນຮ້ານອາຫານ ຫຼື ຮ້ານກາເຟ ເປັນອັນຂາດ.

4. ອະນຸຍາດເປີດການຮຽນ-ການສອນ ຢູ່ສະຖານການສຶກສາ ຢູ່ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ 14 ວັນ ຜ່ານມາ.

5. ອະນຸຍາດໃຫ້ອອກກຳລັງກາຍ, ຫຼິ້ນກິລາຢູ່ກາງແຈ້ງ ເຊັ່ນ: ຍ່າງອອກກຳລັງກາຍຢູ່ຕາມສະຖານທີ່ຕ່າງໆ, ການຫຼິ້ນກິລາກ໊ອບ, ເຕະບານ, ກິລາອື່ນໆ. ແຕ່ໃຫ້ເຈົ້າພາບຂອງສະຖານທີ່ດັ່ງກ່າວ ສ້າງແຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ, ປ້ອງກັນພະຍາດ COVID-19 ຢ່າງເຄັ່ງຄັດ ແລ້ວສະເໜີຕໍ່ຄະນະສະເພາະກິດ ແລະ ອົງການປົກຄອງທ້ອງຖິ່ນເປັນຜູ້ພິຈາລະນາອະນຸມັດ ເປັນແຕ່ລະກໍລະນີໄປ

6. ອະ​ນຸ​ຍາດ​ໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນ​ຄ້າ​ ເຂົ້າ​-ອອກລະ​ຫວ່າງ​ແຂວງ​ຕໍ່ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ບໍ່ຈຳເປັນຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່​ຕ້ອງກວດ​ຫາ​ເຊື້ອ​ພະຍາດ COVID-19 ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງ 14 ວັນ, ແຕ່ຕ້ອງ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ການ​ຕິດ​ເຊື້ອ ແລະ ແຜ່​ເຊື້ອ​ທີ່​ຄະ​ນະ​ສະ​ເພາະ​ກິດ​ວາງ​ອອກຢ່າງເຂັ້ມງວດ. ສຳລັບການຂົນສົ່ງສິນ ຄ້າລະຫວ່າງປະເທດໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິ ບັດຕົວຈິງໃຫ້ທຸກພາກສ່ວນກ່ຽວຂ້ອງປະຕິບັດເປັນເອກະພາບ ຕາມຄຳແນະນຳ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.

ກ່ຽວກັບມາດຕະການຈັດຕັ້ງປະຕິບັດແຈ້ງການສະບັບນີ້ມອບໃຫ້ຂະແໜງການ ແລະ ອົງການປົກ ຄອງທ້ອງຖິ່ນທຸກຂັ້ນ ລວມທັງຢູ່ຂັ້ນເມືອງ, ບ້ານ ຫຼື ເຈົ້າໜ້າທີ່ໜ່ວຍປະຕິບັດງານຢູ່ແຕ່ລະຂັ້ນ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ ແລະພັນທະຂອງຕົນຕາມມາດຕະການທີ່ລັດຖະບານ ກໍຄືຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ກໍລະນີພົບເຫັນມີຜູ້ລະເມີດ ແມ່ນຕ້ອງດຳເນີນຕາມມາດຕະການ, ຕາມກົດໝາຍ ແລະ ລະບຽບການກໍານົດຢ່າງເຂັ້ມງວດ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.