👏👏ຊົມແພດ ພະຍາບານ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 28 ຄົນທີ່ແຂວງຈຳປາສັກ

ໃນວັນທີ 20 ພຶດສະພາ 2021 ໂຮງໝໍພາກສະໝາມວິທະຍາໄລການເງີນພາກໃຕ້, ແຂວງຈຳປາສັກ ໄດ້ດ້ສົ່ງຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ປີ່ນປົວຫາຍດີ ຈຳນວນ 28 ຄົນ ກັບເມື່ອຈຳກັດບໍລິເວນຢູ່ບ້ານອີກ 14 ວັນ

ໂດຍມີ ທ່ານ ດຣ ຈັນປະສົງ ຈຽມສີສຸລາດ ຮອງຜູ້ອຳນວຍການໂຮງໝໍຈຳປາສັກ, ພ້ອມດ້ວຍທີມງານແພດທີ່ປະຈຳໂຮງໝໍພາກສະໝາມ, ມີອຳນາດການປົກຄອງບ້ານຂອງແຕ່ລະຄົນ,

ຕ່າງໜ້າມາຮັບເອົາ ແລະ ເຮັດບົດບັນທຶກເປັນຫລັກຖານ, ໃຫ້ສືບຕໍ່ກັກໂຕຢູ່ບ້ານ 14 ວັນ ປະຕິບັດມາດຕະການດຳລົງຊີວິດແບບໄໝ່, ໃສ່ຜ້າປິດປາກ-ດັງ , ຮັກສາໄລຍະຫ່າງ, ລ້າງມືເລື່ອຍໆດ້ວຍສະບູ ຫຼື ເຫລົ້າ 70%,

ຕິດຕາມອາການ ຖ້າມີອາການໃຂ້, ໄອ, ຫາຍໃຈຝືດ ໃຫ້ແຈ້ງອຳນາດການປົກຄອງບ້ານ ຫຼື ໜ່ວຍງານສະເພາະກິດ ຫຼື ໂທສາຍດ່ວນ 031 165

