ເລື່ອງມີຢູ່ວ່າ ຜົວຂ້ອຍລາວກຳລັງຂີ່ລົດໄປສວນ ລົດພັດນ້ຳມັນຫມົດແລ້ວມີເດັກນ້ອຍ3ຄົນດັງໃນຮູບມາຖາມທາງວ່າ:ທາງນີ້ແມ່ນເມືອສະຫວັນນະເຂດບໍ ຜົວຂ້ອຍລາວຕອບແມ່ນແລ້ວ ລະລາວກາວ່ານ້ອງສິເມືອຈັ່ງໃດຄີວລົດເພີ່ນບໍ່ທັນເປີດ ທັງສາມຄົນຕອບວ່າສິພາກັນຍ່າງເມື່ອ

ຜົວຂ້ອຍລາວຍັງເງີນຕິດໂຕແຕ່ 35.000 ກີບ ເລີຍໃຫ້ເດັກນ້ອຍທັງສາມຄົນເພື່ອໃຫ້ເຂົາຊື້ເຂົ້າຊື້ນ້ຳກີນນຳທາງ(ຄັນມີເງີນຫລາຍກວ່າຫັ້ນກາສິໃຫ້ຫລາຍຢູ່ແຕ່ມີເງີນຕິດໂຕເທົ່ານັ້ນ) ຜົວຂ້ອຍລະຖາມອີກວ່າ ລະສິພາກັນນອນໃສ

ເຂົາວ່າລະວ່າຄ່ຳໃສການອນຫັ້ນ ເຫັນແລ້ວກາອີ່ຕົນເຂົາ ສອບຖາມແມ່ນຂື້ນມາເຮັດວຽກລະບໍ່ມີວຽກເຮັດເລີຍສິພາກັນກັບບ້ານ ໃຜເຫັນທັງສາມຄົນກາຊວ່ຍເຫລືອເຂົ້ານ້ຳໃຫ້ເຂົາກັບຮອດບ້ານແດ່ເດີ້ ຕອນນິແມ່ນພາກັນຍ່າງເມືອ ບໍ່ຮູ້ຈຸດຢູ່ຍ່າງໄປເລື້ອຍໆເສັ້ນທາງ13ໃຕ້ຕອນຖາມທາງແມ່ນຢູ່ຫລັກ23-24

ຄັນແມ່ນມີເງີນຕິດໂຕຫລາຍກາຢາກຊວ່ຍຕື່ມຢູ່ອີ່ຕົນ
