ຝາກແຊໃຫ້ຜູ້ໃຈດີຢູ່ໄຊຍະໄດ້ເຫັນແລ້ວໄປຊ່ວຍເຫຼືອຄອບຄົວນີ້ແດ່ເດີ

🙏🏻🙏🏻🙏🏻ຄອບຄົວ ນ.ເວີນ ບ້ານທ່າມີໄຊ ເມືອງປາກລາຍ ແຂວງໄຊຍະບູລີ ພໍ່ເສຍຊີວິດ ແມ່ພິການແຂນຂາແລະສະຕິບໍ່ດີ

ປະຈຸບັນເປັນໂລກຊັກ ມີລູກ 3 ຄົນ ຜູ້ກົກ ອາຍຸ 15 ປີ ບວດເປັນຈົວ ຜູ້ນ້ອງເສື້ອເຫລືອງ ອາຍຸ 11 ປີ ນ້ອງລາວຫລ້າ ອາຍຸ 4 ປີຕອນນີ້ຢູ່ເຮືອນເກົ່າໆນຳກັນ3ແມ່ລູກກ່ອນໜ້າມີຄົນເອົາຂອງກີນໄປຊ່ວຍເຫຼືອອ້າຍນ້ອງຫີວເຂົ້າແຮງຈົນຍາດກັນກີນເຂົ້າແຕ່ລະມື້

ອາຫານການກີນກະມີແຕ່ເກັບພັກຫາໜໍ່ມາກີນ ເປັນຕາອີ່ຕົນຫຼາຍຄອບຄົວນີ້ຝາກຜູ້ໃຈດີຢູ່ທາງນັ້ນເຂົ້າໄປຊ່ວຍເພີ່ນແດ່ເດີໄຜຢາກເຂົ້າໄປຊ່ວຍຄອບຄົວນີ້ໂທ02023745554 ເອື້ອຍຕາດຳ
