ວັນທີ22ພຶດສະພາ 2021 ມິຜູ້ຕິດເຊື້ອໂຄວິດ-19 ຈຳນວນ19ຄົນ ຄື: ນະຄອນຫຼວງ 9 ກໍລະນີ, ສະຫວັນນະເຂດ 2 ກໍລະນີ, ຈຳປາສັກ 7 ກໍລະນີ ແລະ ອຸດົມໄຊ 1 ກໍລະນີ.

ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນວ່າ: ໃນຈຳນວນຜູ້ຕິດເຊື້ອ 9 ຄົນຢູ່ນະຄອນຫຼວງວຽງຈັນ ມີ7 ຄົນທີ່ຕິດເຊື້ອຢູ່ບ້ານນາສ້າງໄພ ທີ່ພົວພັນ2 ຄົນທີ່ຢັ້ງຢືນການຕິດເຊື້ອໃນວັນທີ 20 ແລະ 21 ພຶດສະພາຜ່ານມາ, ທັງ7ຄົນດັ່ງກ່າວ ແມ່ນຄອບຄົວ ຍາດພີ່ນ້ອງກັນ(ປັດຈຸບັນບ້ານນາສ້າງໄພຕິດເຊື້ອ 9 ຄົນ); ສ່ວນອີກ 2 ຄົນແມ່ນຢູ່ບ້ານອາມອນ ແລະ ບ້ານທາດຫຼວງເໜືອ(ກຳລັງເອົາຂໍ້ມູນເພີ່ມຕຶ່ມ)
ສຳລັບປະຫວັດການເດີນທາງຂອງກຸ່ມທີ່ຕິດເຊື້ອ ແມ່ນໄປຫຼາຍບ່ອນດັ່ງນີ້:

1.ຜູ້ກ່ຽວເຮັດວຽກຢູ່ທະນາຄານເອຊີລີດາ
2.ສູນການເງິນຈຸລະພາກ ສາຂາບ້ານໂນນຄໍ້
3.ຮ້ານເຄພລາຊາ
4.ຕະຫຼາດໂນນຄໍ້
5.ຕະຫຼາດຫົວຂົວ
6.ຕະຫຼາດດົງຈອງ.

7.ຕະຫຼາດໂພນຕ້ອງສະຫວ່າງ
8.ຮ້ານຂາຍຢາບ້ານໄຮຄຳ
9.ຮ້ານຂານເຄື່ອງຍ່ອຍບ້ານສົມສະຫງ່າ
10ຮ້ານຂາຍເຄື່ອງຍ່ອຍຢຢູເຂດບ້ານນາສ້າງໄພເປັນບ່ອນທີ່ຜູ້ຕິດເຊື້ອມັກໄປກິນເຂົ້າຊຸມກັນ.
11.ຕະຫຼາດໄອຊິນ ບ້ານນາສ້າງໄພ
ດັ່ງນັ້ນຜູ້ທີ່ຮ່ວມວຽກ ຫລື ໄປຈຸດດັ່ງກ່າວ ເຈົ້າຮີບຮ້ອນຈໍາກັດບໍລິເວນ ແລະ ໄປກວດຫາເຊື້ອ.ເຖິງວ່າຜົນກວດຈະອອກມາເປັນລົບ ຫຼື ຍັງຢູ່ໃນໄລຍະລໍຖ້າຜົນກວດຢູ່ ກໍ່ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນ ພ້ອມທັງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ຈົນກວ່າຈະຄົບ 14 ວັນ.

ໃນ1ອາທິດຜ່ານມາ ຜູ້ຕິດເຊື້ອສ່ວນຫຼາຍບໍ່ສາມາດບ່ອນແຫຼ່ງທີ່ມາການຕິດເຊື້ອທີ່ຊັດເຈນເພີ່ມຂຶ້ນ ຈິ່ງເຫັນວ່າມີການແຜ່ເຊື້ອລົງຊຸມຊົນທີ່ບົມຊ້ອຍ ແລະ ບໍ່ສາມາດຄົ້ນຫາໄດ້ທຸກຄົນ ດັ່ງນັ້ນພ້ອມໃຈກັນ ເອົາໃຈໃສ່ປະຕິບັດຕາມ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021.

ຖ້າບໍ່ມີຄວາມຈໍາເປັນ ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຢູ່ເຮືອນ ຫຼຸດຜ່ອນການສັນຈອນ ເພາະທ່ານອອກນອກເຮືອນຫຼາຍເທົ່າໃດ ກໍ່ຍີ່ງມີຄວາມສ່ຽງທີ່ນຳເອົາເຊື້ອພະຍາດເຂົ້າມາຕິດໃສ່ຄອບຄົວ, ແຕ່ຖ້າຈໍາເປັນຕ້ອງອອກໄປຕະຫຼາດ ຫຼື ໂຮງໝໍ ແມ່ນສາມາດອອກໄປໄດ້ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດເຊັ່ນວ່າ: ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າ 70%ຂື້ນໄປ.