🔥 🔥 ອອກມາແລ້ວ ຄໍາສັ່ງຈາກ ຮອງເຈົ້າຄອງ ໃຫ້ປິດຊົ່ວຄາວ ສະຖານທີ່ສ່ຽງຕໍ່ການແຜ່ເຊື້ອໂຄວິດ ຢູ່ນະຄອນຫຼວງວຽງຈັນ ! ລາຍລະອຽດ ຂ້າງລຸ່ມນີ້ 👇
ເຖິງ: – ບັນດາທ່ານຫົວຫນ້າກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ;

– ບັນດາທ່ານເຈົ້າເມືອງ, ຫົວຫນ້າພະແນກການ, ອົງການລັດທຽບເທົ່ງຂັ້ນພະແນກ, ຫ້ອງການທຽບເທົ່າ ນະຄອນຫຼວງວຽງຈັນ;

– ບັນດາທ່ານຜູ້ປະກອບການທຸລະກິດທຸກປະເພດ ແລະ ຊາວນະຄອນຫຼວງວຽງຈັນທຸກຖ້ວນຫນ້າ, ເລື່ອງ: ປິດຊົ່ວຄາວ ສະຖານທີ່ທີ່ມີຄວາມສ່ຽງຕໍ່ການແຜ່ເຊື້ອພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ– ອີງຕາມ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນນະຄອນຫຼວງວຽງຈັນ ສະບັບເລກທີ 046/ຈນວ, ລົງວັນທີ 28ມັງກອນ 2021 – ອີງຕາມ ການຖະແຫຼງຂ່າວຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄັ້ງວັນທີ 20 ເມສາ2021 ກ່ຽວກັບພົບຜູ້ຕິດເຊື້ອພະຍາດ COVID-19 ໃຫມ່ ກໍລະນີທີ 59 ແລະ 60 ທີ່ມີການເຄື່ອນໄຫວ ໄປໃນຊຸມຊົນຫຼາຍແຫ່ງ ຢູ່ນະຄອນຫຼວງວຽງຈັນ. ອີງຕາມ ຜົນກອງປະຊຸມຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດ COVID-19 ຂັ້ນນະຄອນຫຼວງວຽງຈັນ ຄັ້ງວັນທີ 20 ເມສາ 2021.ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຂັ້ນນະຄອນຫຼວງວຽງຈັນ ອອກຄໍາສັ່ງ:

1. ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດບັນດາມາດຕະການ ຕາມຄໍາແນະນໍາເພີ່ມເຕີມຂອງຄະນະສະເພາະ ກິດ ຂັ້ນສູນກາງສະບັບເລກທີ 3443/ສພກ, ລົງວັນທີ 12 ເມສາ 2021, ແຈ້ງການຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວສະບັບເລກທີ 337/ຖວທ, ລົງວັນທີ 13 ເມສາ 2021 ແລະ ແຈ້ງການຂອງຄະນະ ສະເພາະກິດ ຂັ້ນນະຄອນຫຼວງວຽງຈັນສະບັບເລກທີ 03/ສພກ.ນວ, ລົງວັນທີ 13 ເມສາ 202I ຢ່າງເຂັ້ມງວດ.
2. ຫ້າມເຄື່ອນໄຫວກິດຈະການ ທີ່ບໍ່ມີໃບອະນຸຍາດດໍາເນີນທຸລະກິດ ດັ່ງລຸ່ມນີ້:
3. ປິດຊົ່ວຄາວກິດຈະການ ແລະ ສະຖານທີ່ ດັ່ງລຸ່ມນີ້:ໂຮງແຮມເຈືອງ 2, ບ້ານສີບຸນເຮືອງ, ເມືອງຈັນທະບູລີ. @ ຮ້ານບັນເທີງວ່ອດຊັບ, ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ. ຮ້ານ Karaoke 81 18, ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ. © ຮ້ານເຂົ້າປຽກໄກ່ຜູ້ໂອກ, ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ. © ບ້ານໂພນສະຫວ່າງ, ເມືອງຈັນທະບູລີ (ເຮືອນຜູ້ຕິດເຊື້ອ). @ ໂຮງຮຽນພາສາອັງກິດ Vientiane College ບ້ານຫນອງບອນ, ເມືອງໄຊເສດຖາ. © ໂຮງຮຽນມິດຕະພາບ ລາວ-ຫວຽດ, ບ້ານໂພນພະເນົາ, ເມືອງໄຊເສດຖາ (ບ່ອນນ້ອງສາວຜູ້ຕິດເຊື້ອເຂົ້າຮຽນ).
4. ໂຈະຊົ່ວຄາວການເຂົ້າຮ່ວມກິດຈະກໍາ ແລະ ພິທີກໍາທາງສາສະຫນາ ຂອງປະຊາຊົນ ຢູ່ວັດສີເມືອງ, ເມືອງ ສີສັດຕະນາກ.
5. ສໍາລັບຮ້ານອາຫານ, ກິດຈະການ ແລະ ສະຖານທີ່ອື່ນໆ ທີ່ມີຜູ້ໃຊ້ບໍລິການ ກິນ, ດື່ມ ແລະ ຈັດກິດຈະ ກໍາທີ່ເຕົ້າໂຮມຄົນຈໍານວນຫຼາຍ ແມ່ນໃຫ້ປະຕິບັດມາດຕະການປ້ອງກັນພະຍາດ COVID-19 ຂອງຄະນະສະເພາະ ກິດວາງອອກ ຢ່າງເຂັ້ມງວດ (ຮັກສາໄລຍະຫ່າງ, ວັດແທກອຸນຫະພູມ, ມີນ້ໍາຢາລ້າງມື, ມີຜ້າອັດປາກ-ດັງ). ໃນໄລຍະ ນີ້ ຖ້າບໍ່ຈໍາເປັນ ແມ່ນໃຫ້ຊາວນະຄອນຫຼວງວຽງຈັນ ຫຼີກລ້ຽງການກິນອາຫານຢູ່ຮ້ານ, ໃຫ້ຊື້ໄປກິນຢູ່ເຮືອນເອົາ.
6. ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດCOVID-19 ຂັ້ນເມືອງ ສົມທົບກັບເຈົ້າຫນ້າທີ່ຕໍາຫຼວດ, ຂະແຫນງການ ແລະ ອໍານາດການປົກຄອງບ້ານທີ່ກ່ຽວຂ້ອງ ເປັນເຈົ້າການ ບັງຄັບໃຊ້ຄໍາສັ່ງສະບັບນີ້ ຢ່າງເຂັ້ມງວດ.
7, ຄໍາສັ່ງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. /ຮອງເຈົ້າຄອງ, ຫົວຫນ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ຂັ້ນນະຄອນຫຼວງວຽງຈັນ