Breaking News

ນັກຮົບ 14 ສະຫາຍ ປົດປ່ອຍ ໄດ້ 100 ກວ່າຄົນ. ສະເນີຂັ້ນເທິງຍ້ອງຍໍ.

ພ້ອມກັນຊົມເຊີຍແລະເຜີຍແຜ່ ແຊ ໄຊຊະນະ ຂອງນັກຮົບ 14 ສະຫາຍ ໃນການປາບໂຄວິດ ປົດປ່ອຍ ໄດ້ 100 ກວ່າຄົນ. ສະເນີຂັ້ນເທິງຍ້ອງຍໍ.

ຫຼັງບຸນປີໃໝ່ລາວໜ້ອຍໜຶ່ງ, ທ່າມກາງສື່່ອອນໄລຈໍານວນບໍ່ໜ້ອຍພວມສາດເທສຽງປ້ອຍດ່າສາບແຊ່ງຢູ່ນັ້ນ, ນັກຮົບເສື້ອຂາວ 14 ສະຫາຍໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນປະຕິບັດໜ້າທີ່ວິຊາສະເພາະ ປິ່ນປົວຄົນເຈັບ ແລະຄົນເຈັບຜູ້ສຸດທ້າຍໄດ້ອອກຈາກໂຮງໝໍໄປໃນວັນທີ 18/5/2021.

1. 25 ວັນແຫ່ງໄຊຊະນະ

ພາຍໃຕ້ການໜີບຮັດຂອງການລະບາດພະຍາດໂຄວິດຮອບສອງ, ເພື່ອຮັບໃຊ້ປະຊາຊົນໃຫ້ທົ່ວເຖິງແລະຮັບປະກັນ ລັດຖະບານຈຶ່ງໄດ້ເປີດໂຮງຫມໍພາກສະຫນາມຂຶ້ນ, ໂຮງໝໍພາກສະໜາມຫ້ວຍຫົງ ເປີດວັນທີ 25/4/21ໂດຍໃຊ້ສະຖານທີ່ຂອງສະຫະພັນບານເຕະລາວ. ຄະນະ ປະກອບດ້ວຍທ່ານຫມໍ 3 ທ່ານ, ພະຍາບານ 8 ທ່ານ, ອານາໄມ 2 ທ່ານ, ຄົນຂັບລົດ 1 ທ່ານ.

ຕະຫຼອດໄລຍະ 25 ວັນ ຂອງການປະຕິບັດງານທີ່ຫນັກຫນ່ວງຂຸ້ນຂ້ຽວ ແບະເສຍສະຫລະ ໄດ້ປົວຄົນເຈັບຫາຍດີ ຈໍານວນ 144 ຄົນ ໃນນັ້ນ ສົ່ງຕໍ່ໂຮງຫມໍອື່ນ 6 ຄົນ.ໃນວັນທີ 19/5/21 ໂຮງຫມໍສະຫນາມຫວ້ຍຫົງປິ່ນປົວຄົນເຈັບໂຄວິດ ໄດ້ປິດລົງຢ່າງເປັນທາງການແລ້ວ.

2. ການກັບຄືນສູ່ຄອບຄົວ ທີ່ລູກນ້ອຍຄອງຖ້າສະຫລອງວັນເດັກ ຍັງຂຶ້ນກັບການປະຕິບັດຂອງພົນລະເມືອງ

ຄົນເຈັບໄດ້ກັບຄືນສູ່ອ້ອມກອດຂອງຄອບຄົວ ພ້ອມກັນ ທໍາມາຫາກິນ ເບີກບານມ່ວນຊື່ນແລະອົບອຸ່ນ, ແຕ່ ນັກຮົບເສື້ອຂາວ14 ສະຫາຍຍັງຕ້ອງໄດ້ກັກຕົວຕໍ່ອີກ 14 ວັນດ້ວຍການຜ່ານການ ກວດຕົວຢ່າງຄືນຖ້າເປັນລົບຈຶ່ງຈະສາມາດກັບໄປຫາຄອບຄົວໄດ້ປົກກະຕິ.ຄາດວ່າຈະອອກຈາກບ່ອນກັກໂຕວັນທີ 1/6/21 ນີ້… ວັນທີ 1/6 ແມ່ນວັນເດັກ ມີລູກນ້ອຍ 5 ທ້າວແລະນາງ ລໍຖ້າ ພໍ່ແມ່ມາຮ່ວມວັນເດັກ.ຖ້າສະພາບການບໍ່ເຄັ່ງຄຶງຄືນມາອີກ

ວິ້ງວອນທຸກຄົນ ພ້ອມກັນປະຕິບັດ ຖ້າບໍ່ເຫັນແກ່ຕົນເອງ ກໍ່ໃຫ້ເຫັນແກ່ ແພດຫມໍ… ພວກເພີ່ນຈະໄດ້ກັບເຮືອນຫລືບໍ່ ຂຶ້ນກັບ ການປະພຶດຂອງພວກເຮົາແຕ່ລະຄົນ.

3. ສະເຫນີຂັ້ນເທິງກ່ຽວຂ້ອງ ຍ້ອງຍໍເປັນແຕລະໄລຍະແຕ່ລະບັ້ນໄປໂລດ

ອີກປະການຫນື່ງ ເມື່ອສໍາເລັດແ່ຕ່ລະບັ້ນຮົບ ກໍ່ຄວນສະຫຼຸບຕີລາຄາ ຍອ້ງຍໍຜົນງານ ປະດັບຫຼຽນກາຫຼຽນໄຊ ແລະ ມອບໃບຍ້ອງຍໍ ໃຫ້ ບັນດານັກຮົບພວກເຮົາເປັນແ່ລະໄລຍະ.ໃຫ້

ມັນແມ່ນນໍ້າໃຈເສຍສະຫລະອັນສູງສົ່ງ ແລະເອົາຊີວິດເຂ້າສ່ຽງ ບໍ່ຕ່າງຫຍັງກັບບັ້ນຮົບຕີສັດຕູໃນສົງຄາມ.

ວິທະຍຸໂທລະພາບ ແລະສື່ ຄວນ ຈັດລາຍການສໍາພາດ ບັນດານັກຮົບດ້ວຍ

ຂອບໃຈ ຂໍ້ມູນ ຮູບ ຂອງທ່ານ ດຣ.ນາງສົມອາພອນຈັນກອງສິນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.