ເຟສບຸ໊ກຊື່ Kham Southamthath ແນະນໍາວິທີການຮັກສາກໜິ້ວໜາກໄຂ່ຫຼັງ ໂດຍອະທິບາຍວິທີລຸ່ມນີ້:


ຢາສະໝຸນໄພໂບຮານເຄີຍນຳໃຊ້ ແລະ ໄດ້ຜົນໃນການປິ່ນປົວລະບົບ ໜິ້ວໄຂ່ຫຼັງ ເຈັບຫຼັງເຈັບແອວເບົາຫວານ ແລະ ລະບົບຂໍ້ອີກດ້ວຍ.ໃຫ້ຊອກເອົາຕົ້ນກ້ວຍທະນີທີ່ມີໜ້າຕ່າງປະມານ 15-20 ຊມ (ບໍ່ທັນເກີດປີ ຫຼື ເປັນໝາກມາກ່ອນ)
ຕັດປະໄວ້ສູງປະມານ 1-1.20 ແມັດ ເພື່ອເປັນການປະຫຍັດໄວ້ເຮັດໄດ້ຫຼາຍເທື່ອ ຕັດຮອນລົງຈົນກ່ວາຕົ້ນກ້ວຍຈະຈຳດິນຈຶ່ງເຊົາ ວິທີເຮັດໃຫ້ຕິດຕາມຄຳແນະນຳຂອງແຕ່ລະຮູບພາບຂ້າງລຸ່ມ. ກິນປະມານ2ທິດຫາ1ເດືອນຈະເຫັນຜົນແນ່ນອນ .

1. ຕັດຕົ້ນກ້ວຍ ຈົ່ງປະໄວ້ປະມານ 1-1.20 ແມັດ (ຕາມຮູບ) .ເຈາະຮູເປັນໂກນປະໄວ້ແລ້ວເອົານໍາຕານກ້ອນໃສ່(ຖ້າມີເບົາຫວານກໍບໍ່ຈໍາເປັນໃສ່)
2. ໃຫ້ເອົາຖ້ວຍແກ້ວ ຫຼື ພາຊະນະໃດໜຶ່ງທີ່ເໜາະສົມມາກວບໄວ້ເພື່ອຮັກສາຄວາມສະອາດ, ປະໄວ້ປະມານ 2ຊມ ຫຼື ໄວ້ຄ້າງຄືນຍິ່ງດີ
3. ເວລາກີນກໍຄວນໃຊ້ພະຊະນະສະອາດຕັກອອກໄວ້ກີນ ຫຼື ດີສຸດແມ່ນໃຊ້ທໍ່ດູດກີນຍິ່ງດີ. ພາຍຫຼັງກີນໜົດແລ້ວກໍສາມາດຮອນລົງແລ້ວເຮັດຄືນຕາມທີ່ກ່າວໃນຮູບລຸ່ມນີ້.
