Breaking News

ກະຊວງປ້ອງກັນປະເທດປະກາດນາຍທະຫານຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ 20 ສະຫາຍ

Lao people’s Army News ລາຍງານວ່າ: ໃນວັນທີ 22 ພຶດສະພາ 2021 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດໃຫ້ນາຍທະຫານຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ເຊີ່ງມີຄະນະພັກກະຊວງປ້ອງກັນປະເທດ, ຄະນະນໍາ 4 ກົມໃຫຍ່ ຕະຫຼອດຮອດພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຕີ ວົງສອນ ອີນປານພິມ ຄະນະປະຈໍາພັກພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂື້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ.

ໂດຍອີງຕາມກົດໝາຍວ່າດ້ວຍລັດຖະບານ ມາດຕາ 6 ແລະ ກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ມາດຕາ 33. ນາຍົກລັດຖະມົນຕີ ອອກດຳລັດອະນຸມັດໃຫ້ນາຍທະຫານຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ຄື:

1.ສະຫາຍ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,                                                      2. ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,                                              3.ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,                                            4.ສະຫາຍ ພົນຕີ ຄໍາສີ ວົງຄຳຊາວ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ,

5.ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ຫົວໜ້າກົມໃຫຍ່ເຕັກນິກກອງທັບ,                                                      6.ສະຫາຍ ພົນຈັດຕະວາ ວຽງສະຫວັນ ລາດສະເພົາ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ,                                      7.ສະຫາຍ ພົນຈັດຕະວາ ຄໍາພາ ສີພອນໄຊ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ,                                      8.ສະຫາຍ ພົນຈັດຕະວາ ບຸນຈັນ ລາດສະວົງ ຫົວໜ້າການທະຫານ ວິທະຍາຄານກົມມະດໍາ,

9.ສະຫາຍ ພົນຈັດຕະວາ ບຸນເຈື້ອ ຕຽນແສງດາວ ຫົວໜ້າການເມືອງກອງພົນທີ 3,                                          10.ສະຫາຍ ພົນຈັດຕະວາ ຈະເລີນ ວົງວິໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ,                  11.ສະຫາຍ ພົນຈັດຕະວາ ພູວຽງ ຫຼ່ຽມມະວົງສາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງສາລະວັນ,              12.ສະຫາຍ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງພະບາງ,                13.ສະຫາຍ ພັນເອກ ບຸນຍີ່ ແກ້ວຄູນເມືອງ ອະດີດຮອງເຈົ້າແຂວງໆຫຼວງນໍ້າທາ,

14.ສະຫາຍ ພັນເອກ ວັນສຸກ ຫັດສະພອນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ,                    15.ສະຫາຍ ພັນເອກ ບຸນຖອງ ພົມມະໄຊ ຫົວໜ້າກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ,                            16.ສະຫາຍ ພັນເອກ ໄມແກ້ວ ບຸນທິວົງ ຮອງຫົວໜ້າກົມແຜນການ-ການເງິນ ກົມໃຫຍ່ພະລາທິການກອງທັບ,            17.ສະຫາຍ ພັນເອກ ເຕັມມາ ຂັນພິລາວົງ ຫົວໜ້າຄະນະຮັບຜິດຊອບນັກສຶກສາ ລະບົບບໍາລຸງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ,

18.ສະຫາຍ ພັນເອກ ສິງຄຳ ເທບວົງສິມ ຫົວໜ້າການເມືອງວິທະຍາ ຄານເຕັກນິກການທະຫານ,                              19.ສະຫາຍ ພັນເອກ ທອງສາ ກອງເດັ່ນສີ ຫົວໜ້າຫ້ອງການບໍລິຫານ ກອງພົນທີ 1                                              20.ສະຫາຍ ພັນເອກ ອ່ອນສີ ພາວົງສາ ຫົວໜ້າການເມືອງ ກອງພັນໃຫຍ່ 643.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.