ຍັງຈື່ກັນໄດ້ບໍ່ ? ວັນທີ 25 ພຶດສະພາ 2018 ໄດ້ມີພິທີປະກາດເມືອງ ໄກສອນ ພົມວິຫານ ເປັນນະຄອນໄກສອນ ພົມວິຫານ ແລະ ມີການຕ້ອນຮັບພົນລະເມືອງ ຂອງແຂວງສະຫວັນນະເຂດ ຄົນທີ 1 ລ້ານ ຢ່າງເປັນທາງການ.

ຈາກມື້ນັ້ນ ມາຮອດມື້ນີ້ ນະຄອນໄກສອນພົມວິຫານ ໄດ້ຕັ້ງຫນ້າ ສຸມໃສ່ການສ້າງສາພັດທະນານະຄອນ ໃຫ້ມີຄວາມເຂັ້ມແຂງຮອບດ້ານ, ສີວິໄລ ແລະ ທັນສະໄໝ ໂດຍສະເພາະ ແມ່ນ ເຮັດໃຫ້ນະຄອນ ມີຄວາມເຂັ້ມແຂງໜັກແໜ້ນທາງ ດ້ານການເມືອງ-ການປົກຄອງ, ການບໍລິຫານການຈັດການ, ສັງຄົມມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ -ສາທາ ລະນະນຸປະໂພກ

ໄດ້ຮັບການພັດທະນາຢ່າງເປັນລະບົບ ຕາມທິດຫັນເປັນອຸດສາຫະກຳທັນສະໄໝ ຕະຫຼອດເຖິງການພັດທະນາ ທາງດ້ານການສຶກສາ, ສາທາ, ສະຫວັດດີການ-ສັງຄົມ ໃຫ້ຂະຫຍາຍຕົວໃນລະດັບສູງ. ຊົມເຊີຍ
