ລະວັງກັນແນ່ເດີ ໃຜທີ່ຢູ່ກຸ່ມສ່ຽວແລ້ວຮູ້ໂຕໃຫ້ຮີບພົບໝໍ ຖ້າໃຜທີ່ບໍ່ຮູ້ໂຕໃຫ້ກັກໂຕຢູ່ບ້ານກ່ອນ

ອັບເດດການພົວພັນຂອງ Case 59 ທີ່ໄປໃຊ້ບໍລິການຮ້ານນວດ 1111
– ກໍລະນີທີ່ໄດ້ສໍາຜັດກັບຜູ້ຕິດເຊື້ອໂຄວິດ 19 case ທີ 59 ມີ 2 ກໍລະນີ:
– ນາງຫຼ້າ ອາຍຸ 28 ປີ ອາໄສພັກເຊົ່າໃນຮ້ານນວດ
– ນາງຫຼ້າໄດ້ເປັນຄົນນວດໃຫ້ຜູ້ຕິດເຊື້ອ ມາໃຊ້ບໍລິການນວດວັນທີ 12 ເມສາ 2021 ຕອນສວາຍ
– ນາງຫຼ້າໄດ້ເລີ່ມມີອາການເຈັບຄໍມີໄຂ້ ປວດຕາມຕົນໂຕເມື່ອຍເຈັບຫົວວັນທີ 15 ເມສາ 2021
– ວັນທີ 16 ເມສາ 2021 ແມ່ນເລີ່ມມີອາການໄອ
– ນາງຫຼ້າໄດ້ອອກໄປອາໃສຢູ່ນໍາໝູ່ຊື່ນາອຸ່ນ ອາຍຸ 26 ປີ ຢູ່ຮອງແກເປັນອາພາດເມັ້ນ
– ນາງ ອຸ່ນໄດ້ມີອາການໄຂ້ ວັນທີ 19 ເມສາ 2021
– ວັນທີ 20 ເມສາ 2021 ນາງຫຼ້າ ແລະ ນາງອຸ່ນໄປກວດຢູ່ໂຮງໝໍ 150 ຕຽງ

*ກໍລະນີທີ 2: ນາງ ມີ ອາຍຸ 28 ປີ ບ້ານສະພັງໝໍ້ ພັກປີໃໝ່ວັນທີ 13-16 ແມ່ນໄດ້ກັບບ້ານໂພນແກ້ວ ເມືອງນາຊາຍທອງ
ນາງມີ ເລີ່ມເປັນຫວັດທີ 12 ເມສາ 2021 ເປັນຄົນນວດໃຫ້ຜູ້ຊາຍຄົນໄທທີ່ມາພ້ອມຄົນທີ່ິຕິດເຊື້ອ case 59 , ນາງມີ ມີອາການເຈັບຄໍປວດຕາມຕົນໂຕເລີຍໄດ້ໄປກວດຢູ່ໂຮງໝໍ 150 ຕຽງ ພ້ອມນາງຫຼ້າພາຍໃນ 3 ມື້ວັນທີ 17 – 19 ມີຄົນມາໃຊ້ບໍລິການ
. ວັນທີ 17 = 33 ຄົນ
.ວັນທີ 18 = 27 ຄົນ
ວັນທີ 19 = 34 ຄົນ
ວັນທີ 20 ເມສາ 2021 ມີຄົນມາໃຊ້ບໍລິການ 4 ຄົນພະນັກງານທັງໝົດມີ 16 ຄົນ ນອນໃນຮ້ານ 7 ຄົນຂໍ້ມູນຈາກ FB: P’Vathana Cnd (ບອກວ່ານີ້ແມ່ນການບັນທຶກສໍາພາດຮ້ານນວດ 1111)