Breaking News

ທາມລາຍໂຫດແທ້ ຫຼາຍສະຖານທີ່ ໃນ ນວ ເປັນຈຸດສ່ຽງ ເນື່ອງຜູ້ຕິດໂຄ ວິ ດ ໄດ້ໄປສຳພັດ

ໃນວັນທີ 25 ພຶດສະພາ 2021 ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ກະຊວງສາທາລະນະສຸກ.

ທ່ານໄດ້ກ່າວວ່າ: ຈາກຕົວເລກຜູ້ຕິດເຊື້ອ 56 ຄົນໃນມື້ນີ້ ໃນນັ້ນ ຢູ່ນະຄອນຫຼວງວຽງຈັນມີ 16 ຄົນ, ເຊິ່ງໃນຈຳນວນ 15 ຄົນຂອງຜູ້ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ ແມ່ນຕິດເຊື້ອຈາກຊຸມຊົນ ແລະ ພວກກ່ຽວໄດ້ມີປະຫວັດການເດີນທາງໄປສະຖານທີ່ຕ່າງໆ ຢູ່ນະຄອນຫຼວງລາຍລະອຽດມີດັ່ງລຸ່ມນີ້: ບໍລິສັດແອນນາ ບ້ານໂພນປ່າເປົ້າ (ຮ່ອມເຂົ້າທາງຫຼັງຕະຫຼາດສະພານທອງ), ຟາມໝູຢູ່ຫຼັກ 38, ໂຮງຮງນປະຖົມສົມບູນຫົວຊງງ, ບ້ານຫົວຂົວ ເມືອງໄຊເສດຖາ, ບ້ານຄຳຮຸ່ງ, ເມືອງໄຊທານີ, ບ້ານຮ່ອງໄກ່ແກ້ວ (ໜ້າວັດຮ່ອງໄກ່ແກ້ວ) ເມືອງຈັນທະບູລີ, ບໍລິສັດຫີນອ່ອນຫວຽດງ່າ, ຕະຫຼາດໂພນຕ້ອງ.

ນອກນີ້ຍັງໄດ້ມີປະຫວັດເດີນທາງໄປ ຕະຫຼາດບຶງທາດຫຼວງ; ແຄ້ມສ້າງທາງລົດໄຟ ບ້ານດົງຫຼວງ ເມືອງນາຊາຍທອງ, ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ, ຕະຫລາດໜອງໜ້ຽວ, ຕະຫລາດອົດຊີ, ບ້ານທົ່ງສ້າງນາງ (ຝາກ ລປພ) ຢູ່ປ້ອມຍາມໜ້າບ້ານ, ບ້ານໂພນສະຫວ່າງ, ຕະຫລາດທົ່ງປົ່ງ, ຮຸ່ງອາລຸນ ສາຂາສີໄຄ, ຕະຫຼາດໂພນສະຫວ່າງ,

ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ, ບໍລິສັດ TS ການຄ້າ, ຢູ່ຂົວມິດຕະພາບ, ຫ້ອງແຖວ ບ້ານໂພນສີນວນ (ຮ່ອມທະນາຄານລາວກໍ່ສ້າງ), ບ້ານສະພານທອງເໜືອ ໜ່ວຍ 7, ຄລີນິກ ເລດີ້ ຢູ່ສີດຳດວນ, ບ້ານຫ້ວຍຫົງ (ແຖວບ້ານພັກວານຸ -ໂຮງຮຽນສຸກສະຫວັດ) ແລະ ຮ້ານເຂົ້າປຽກ ຢູ່ບ້ານຮ່ອງແກ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.