ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອຍຕິດຕາມ ແລະ ຕອບໂຕ້ການນຳໃຊ້ສື່ສັງຄົມອອນລາຍ ທີ່ບໍ່ຖືກຕ້ອງຂອງກຸ່ມຄົນບໍ່ດີຢູ່ທັງພາຍໃນ ແລະ ຕ່າງປະເທດ ທີ່ໂຄສະນາໃສ່ຮ້າຍປ້າຍສີການນຳພັກ-ລັດ ແລະ ລະບອບການເມືອງຂອງ ສປປ ລາວ ໃຫ້ຫຼຸດໜ້ອຍຖອຍລົງ

ໂດຍໄດ້ຕັ້ງຄະນະຮັບຜິດຊອບຕິດຕາມ ແລະ ຕອບໂຕ້ ປະກອບມີບັນກາສະຫາຍດັ່ງນີ້:
1 ພັອ ວັນນະຄອນ ໄພໂລດ ຮອງຫົວຫນ້າກົມສື່ສານ
2 ພັທ ສັນຕີ ໄຊຊະນະ ກົມໃຫ່ຍສັນຕິບານ
3 ພັຕ ບຸນເຫລືອ ຄຳປະດິດ ຫ້ອງວ່າການກະຊວງ
4 ຮອ ຫານຊະນະ ໄຊບັນຊາ ກົມໃຫ່ຍຕຳຫຼວດ
5 ຮອ ຄຳແສງ ປັນຍາ ກົມໃຫ່ຍການເມືອງ ປກສ
6 ຮທ ບຸດ ບຸດຜາວົງ ກົມ 504
ຄະນະດັ່ງກ່າວນີ້ມີຫນ້າທີ່: ເມື່ອໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ກຸ່ມຄົນບໍ່ດີທີ່ໄດ້ກົດແຊຣ, ສະແດງຄວາມຄິດເຫັນ, ຖ່າຍຮູບ,ວິດີໂອ, ເວົ້າ ຫຼື ໂຄສະນາຕ່າງໆ (ໃນ Facebook ຫຼື Page ຕ່າງໆ ໃນສັງຄົມອອນລາຍ) ທີ່ບໍ່ມີມູນຄວາມຈິງ ຄະນະດັ່ງກ່າວມີສິດກວດກາ, ວິເຄາະວິໃຈ ຂ່າວສານດັ່ງກ່າວ ແລ້ວສັງລວມລາຍງານ ໃຫ້ຄະນະຮັບຜິດຊອບຊີ້ນຳລວມຊາບ ເພື່ອມີທິດຊີ້ນຳແລ້ວຈຶ່ງອະທິບາຍ, ຊີ້ແຈງ, ຕອບ ລົງໃນສື່ຕ່າງໆ ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈ
© suelao.com – ເວັບໄຊຂ່າວສານອອນລາຍເພື່ອສັງຄົມ