🔥🔥ແຈ້ງດ່ວນ‼️ຄະນະສະເພາະກິດແຂວງອຸດົມໄຊ ແຈ້ງເລື່ອງສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຮອດວັນທີ 7 ມິຖຸນາ 2021.

ໃນໄລຍະຜ່ານມາປະຊາຊົນຊາວແຂວງອຸດົມໄຊ ໄດ້ໃຫ້ການຮ່ວມມືກັບ ຄະນະສະເພາະກິດ ໄດ້ດີພໍສົມຄວນ, ແຕ່ເນື່ອງຈາກວ່າທີ່ຕັ້ງຂອງເທດສະບານແຂວງອຸດົມໄຊ ແມ່ນເປັນທາງຜ່ານຂອງບັນດາແຂວງພາກເໜືອມີຜູ້ຄົນຜ່ານສັນຈອນໄປ-ມາເປັນຈຳນວນຫຼາຍ, ອີກດ້ານຍັງມີປະຊາຊົນຈໍານວນໜຶ່ງຍັງຖືເບົາໃນການປະຕິບັດມາດຕະການຕ່າງໆ, ຈຶ່ງເຮັດໃຫ້ການແຜ່ລະບາດພະຍາດໂຄວິດ-19 ຢູ່ເທດສະບານແຂວງອຸດົມໄຊ ເພີ່ມຂຶ້ນ ແລະ ໜ້າເປັນຫ່ວງຫຼາຍຕໍ່ກັບການແຜ່ລະບາດດັ່ງກ່າວ.



