Breaking News

ຍ້ອນຮອຍຕໍານານ ບ່າວລາວເທິງໄດ້ມາພົບຮັກແທ້ກັບສາວຝຣັ່ງ ເພາະເຄີຍອົກຫັກຈາກສາວລາວມາກ່ອນ

ມື້ນິ້ເຮົາຈະມາຮຸ້ຈັກກັບຄວາມຮັກຂອງບ່າວລາວເທິງ ເອີ້ນວ່າຄວາມຮັກໃນຕໍານານເພງ”ບ່າວລາວເທິງອົກຫັກ” ເປັນເພງໃນຍຸກປີ1990 ຊື່ງເປັນເພງທິດຮິດຕິດຫູໃນຍຸກນັ້ນພໍສົມຄວນ ແລະ ກໍມີຫລາຍຄົນຮ້ອງໄດ້, ເພງດັ່ງກ່າວແຕ່ງມາ ຮາມອາລິດຂອງຜູ້ແຕ່ງເອງບໍ່ໄດ້ເຈາະຈົງເຖິງບຸກຄົນໃດບຸກຄົນຫນື່ງ ແຕ່ພັນລະນາເຖິງຄວາມຜິດຫວັງຂອງອ້າຍຫນຸ່ມລາວເທິງທີ່ຖືກສາວລາວລຸ່ມຫັກອົກຢ່າງເຈັບແສບທໍລະມານ

ແຕ່ນັ້ນກໍເປັນພຽງບົດເພງເທົ່ານັ້ນ ບໍ່ນຶກຄິດເລີຍຈະມີໃນຊີວິດຈິງຄືກັບຊີວິດຂອງອ້າຍຫນຸ່ມລາວເທິງຄົນນີ້ ທີ່ເຄີຍສັນຍາຮ່ວມຮັກກັບສາວລາວລຸ່ມຜຸ້ສວຍງາມສະຫງ່າປານເທວະດາປັ່ນແຕ່ງ ຈະຫັກອົກເຫມືອນດັ່ງໃນບົດເພງ.

ເມື່ອເວົ້າເຖິງຄວາມຮັກເປັນສີງທີ່ສວຍງາມສະເຫມີບໍ່ວ່າຄົນ ຫລື ສັດລ້ວນແຕ່ຕ້ອງການມັນມາດ້ວຍຄວາມຈິງໃຈ ແລະ ບໍລິສຸດຜຸດຜ່ອງ ແຕ່ຄຳວ່າ”ຮັກຈິ່ງ”ບາງເທື່ອມັນມີພຽງແຕ່ໃນນິຍາຍ, ບໍ່ຕ່າງຫຍັງກັບບ່າວທີ່ກຳລັງກ່າວເຖິງນິ້ທີ່ຄອງຄອຍຮັກຈິງມາສານານທັງຊີວິດhttps://youtube.com/watch?v=A3T6p9qgG5s%3Ffeature%3Doembed

ແຕ່ສຸດທ້າຍຕ້ອງປະເສີນກັບຄວາມເຈັບປວດລວດລ້າວທີ່ບໍ່ເພິງປາຖະຫນາໃຫ້ກັບຄວາມຮັກ ແລະຊີວິດຕົ້ນເອງຈົນແຕກສະລາຍ, ການທີ່ຈະທຸ້ມເທ້ ແລະ ມອບຄວາມຮັກອັນແທ້ຈິ່ງດ້ວຍຄວາມສັດທາ ນັ້ນມັນບໍ່ແມ່ນຂອງງ່າຍໆຕໍ່ຊີວິດຂອງຜຸ້ຊາຍຄົນຫນື່ງ, ຫລັງຈາກໄດ້ຄວາມຮັກນັ້ນມາແລ້ວການທີ່ຈະຮັກສາມັນໃຫ້ເປັນຄວາມຮັກນິລັນດອນ ແລະຊົວນິຣັນມັນແຮງແສນຍາກທີ່ສຸດ.

ແຕ່ວັນສຸດທ້າຍຕ້ອງຍອມຮັບຄວາມເປັນຈິງຄືອະນາຈັງ ແລະສັດຈະທຳຂອງຄວາມຮັກຄື ມີພົບ ມີຈາກ, ມີສົມຫວັງ ແລະ ມິຜິດຫວັງ ເພາະຫລາຍເຫດແລະຜົນທີ່ສອງຝ່າຍບໍ່ສາມາດຈະປະຄົບປະຄອງຄວາມຮັກໄວ້ໄດ້ ແລະຕ້ອງແຕກຫັກກາງທາງດ້ວຍຄວາມລະທົມຂົ່ມຂື່ນ. ຊີວິດຈິ່ງຍິງກວ່າລະຄອນຂອງບ່າວລາວເທິງຄົນນິ້ ຄື ບ່າວສີທອງ ເພຍຊະນະໄຊ ບ່າວລາວເທິງຄົນທີ່ຖືກແຟນສາວລາວລຸ່ມຫັກອົກຈົນຕາຍທັງຢືນໃນວັນນັ້ນ

ແຕ່ທ້າຍສຸດຍ້ອນບຸບເພສັນນີຫວາດ ຍ້ອນບຸນຫວາດສະຫນາຂອງບ່າວຄົນນິ້ມິມາແຕ່ຊາດປາງກ່ອນຈີ່ງບັນທ້ອນໃຫ້ໄດ້ຄວ້າຮັກ ແລະວິວາກັບຊາວອັງກິດຜູ້ທີ່ງາມໂກ້ດັງໂມ້ຂາວສູງງາມເດັ່ນ ໃຜເຫັນກໍ່ຊົມຊື່ນ, ສີທອງ ເພຍຊະນະໄຊ ໄດ້ພົບກັບນາງ ເຣໂຊ ປີ2003 ແລະ ເຂົ້າປະຕູວິວາ 2004 ຊຶ່ງງານແຕ່ງຂອງບ່າວສາວແມ່ນແຕ່ງຕາມຮີດຄອງຂອງລາວແບບເປັນກັນເອງ ບໍ່ລູ້ຫລ່າອາລັງການ.

ເຮັດຕາມພາສາບ້ານນອກ ມີເຖົ້າມີເເກ່ເປັນພະຍານ ແລະ ຍາດຕິພີ່ນ້ອງມາສະແດງຄວາມຍິນດີຕານປະເພນີລາວ ຕັ້ງແຕ່ວັນນັ້ນຮອດມື້ນິ້ທັງຝ່າຍໄດ້ປະຄົບປະຄອງຄວາມອັນຫວານຊື່ນ ແລະຄວາມອົບອຸ່ນຕະຫລອດເວລາ, ມາຮອດປະຈຸບັນນີ້ ບ່າວສີທອງ ແລະ ສາວເຣໂຊ ໄດ້ພະຍານຮັກດວງຕາ, ດວງໃຈ ນຳກັນ 2ຄົນ ຍິງຫນື່ງ ແລະຊາຍຫນື່ງ ຫນ້າຮັກ ແລະເປັນຕາແພງສົມກັບເປັນລູກສອດຝຣັງແທ້ໆ ຕອນນິ້ລູກທັງ2 ຄົນໄດ້ເຂົ້າໂຮງຮຽນທີ່ປະເທດອັງກິດ.

ລູກສາວຜູເປັນເອື້ອຍຊື່ວ່າ ນາງ ເອວາ ເພຍຊະນະໄຊ ຮຽນຢູ່ມັດທະຍົມແລະກໍເປັນນັກກິລາປະເພດບານຕີຂອງໂຮງຮຽນ ສ່ວນລູກຊາຍຊື່ວ່າ ທ້າວ ລີອອນ ເພຍຊະນະໄຊ ຮຽນຢູ່ຊັ້ນປະຖົມ ແລະ ກໍເປັນນັກກິລາປະເພດບານເຕະຂອງໂຮງຮຽນຄືກັບເອື້ອຍ ຄວາມຮັກສາມາດເກີດໄດ້ທຸກທີ່ທຸກຫົນແຫ່ງຂອງຈັກກະວານໃບນິ້ ແລະ ມັນເປັນຄວາມຮັກທີ່ໄຮ້ພົມແດນ ທີ່ບໍ່ຫວັ່ນໄຫວກັບແຜນດິນອັນໃຫຍ່ໄພສານ ແລະມະຫາສະຫມຸດອັນສຸດສາຍຕາ, ບໍ່ໄດ້ຈຳແນກເຖິງພາສາ ເຊື້ອຊາດ ສາສະຫນາ ແລະ ຊົນຊັ້ນວັນນະ.

ສະນັ້ນ ຄວາມຮັກອັນແທ້ຈິ່ງນັ້ນຍັງມີຢູ່ຈິ່ງໃຫ້ສຳຫລັບທຸກຄົນໃນຈັກກະວານໃບນິ້, ຄົນທີ່ອົກຫັກຢ່າທໍ້ຖອຍກັບຄວາມຮັກຂອງຕົ້ນທີ່ເພພັ້ງ ຈົ່ງກ້າວຕໍ່ໄປຂ້າງຫນ້າ ເພື່ອຄວາມຮັກນິຣັນດອນຍັງລໍ່ຖ້າທຸກຄົນຢູ່.

ຂໍທຸກຄົນສົມຫວັງກັບຄວາມຮັກອັນແທຈິ່ງ ແລະນິຣັນດອນທີ່ຕົນເອງປາຖະຫນາດ້ວຍ.

ໂດຍ:ສ. ຣືວາຍ & ສ.ສືລອກ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.