👏 ຄະນະຊ່ຽວຊານແພດໝໍຫວຽດນາມ ສໍາເລັດພາລະກິດຊ່ວຍເຫຼືອລາວຕ້ານໂຄວິດ-19 ຢ່າງຈົບງາມ ! ວັນທີ 23 ພຶດສະພາ 2021 ທີ່ຜ່ານມາ ກະຊວງສາທາລະນະສຸກ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຕ້ອນຮັບຄະນະຊ່ຽວຊານ ກະຊວງສາທາລະນະສຸກຫວຽດນາມ ທີ່ມາຊ່ວຍເຫຼືອລາວ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ ຊຶ່ງນໍາໂດຍ ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.

ໃນໄລຍະປະຕິບັດວຽກງານຢູ່ ສປປ ລາວ ຂອງພວກສະຫາຍ ໄດ້ຮ່ວມກັບຄະນະແພດຂອງລາວ ລົງປະຕິບັດວຽກງານຢ່າງຫ້າວຫັນ ແລະ ຮີບດ່ວນ ຢູ່ບັນດາໂຮງໝໍ, ສະຖານທີ່ປິ່ນປົວຄົນເຈັບ, ຫ້ອງວິເຄາະພະຍາດ, ສະຖານທີ່ກັກກັນການລະບາດພະຍາດພະຍາດໂຄວິດ – 19 ທັງຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງພາກພາກໃຕ້ຂອງລາວ ບ່ອນທີ່ມີການລະບາດຫຼາຍສົມຄວນ. ການດຳເນີນການເຄື່ອນໄຫວຕົວຈິງ ຄະນະຊ່ຽວຊານແພດຂອງ ສສ ຫວຽດນາມ ໄດ້ຊ່ວຍຄະນະແພດຂອງລາວ ໃນການສຳຫຼວດ, ປະເມີນສະພາບການ ແລະ ໄດ້ໃຫ້ການແນະນໍາ ໃນການວາງມາດຕະການຄວບຄຸມ ແລະ ແກ້ໄຂການລະບາດ, ການຄຸ້ມຄອງກໍລະນີຄົນເຈັບຕິດເຊື້ອ, ການບໍລິຫານ ແລະ ສຸຂະອະນາໄມ, ບັນດາສະຖານທີ່ປິ່ນປົວຜູ້ຕິດເຊື້ອ, ໂຮງໝໍສູນກາງ, ທ້ອງຖິ່ນ, ໂຮງໝໍພາກສະໜາມ ແລະ ສູນກັກກັນຂັ້ນແຂວງ. ຈາກການມາຊ່ວຍເຫຼືອຂອງທິມງານແພດ ສສ ຫວຽດນາມຄັ້ງນີ້, ເຮັດໃຫ້ພວກເຮົາສາມາດຕອບໂຕ້ ແລະ ຄວບຄຸມການລະບາດຂອງພະຍາດ ໂຄວິດ- 19 ແລະ ເຮັດໃຫ້ຈຳນວນຄົນເຈັບທີ່ເປັນພະຍາດໂຄວິດ – 19 ໃຫ້ມີການຫຼຸດລົງເທື່ອລະກ້າວ.

ຕາງໜ້າຄະນະຊ່ຽວຊານຫວຽດນາມ ທ່ານ ເວືອງແອັງເຢືອງ ຮອງຫົວໜ້າກົມຄຸ້ມຄອງ, ກວດກາ ແລະ ປິ່ນປົວພະຍາດ ກະຊວງສາທາລະນະສຸກຫວຽດນາມ ຊຶ່ງເປັນຫົວໜ້າຄະນະ ໄດ້ລາຍງານຜົນການເຮັດວຽກ, ໜ້າທີ່ຮັບຜິດຊອບຂອງຄະນະ ໃນການຊ່ວຍເຫຼືອລາວ ກ່ຽວກັບວິທີປິ່ນປົວ, ບົ່ງມະຕິ, ການວິະຄາຫາເຊື້ອພະຍາດ ເພື່ອແນໃສ່ຊ່ວຍເຫຼືອລາວໃນການຮັບມືກັບພະຍາດໂຄວິດ-19 ໂດຍຄະນະຊ່ຽວຊານໄດ້ໄປເຮັດວຽກຢູ່ແຂວງຈໍາປາສັກ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ລະຫວ່າງ ວັນທີ 11-22 ພຶດສະພາຜ່ານມາ, ຄະນະໄດ້ໄປຢ້ຽມຢາມ ແລະ ລົງຕິດຕາມວຽກງານປ້ອງກັນ, ສະກັດກັ້ນໂຄວິດ-19 ຢູ່ບັນດາເຂດທີ່ມີການລະບາດໜັກ, ເຂດແຍກປ່ຽວລວມໝູ່, ຫ້ອງວິເຄາະ, ໂຮງໝໍພາກສະໜາມ, ໂຮງໝໍປິ່ນປົວຜູ້ຕິດເຊື້ອເບົາບາງ, ໂຮງໝໍປິ່ນປົວຜູ້ຕິດເຊື້ອຮຸນແຮງ, ໂຮງໝໍແຂວງ ແລະ ສຸກສາລາເມືອງ, ຮ້ານຂາຍຢາເອກະຊົນ.
ນອກນັ້ນ, ຄະນະ ຍັງໄດ້ເຂົ້າຮ່ວມການບົ່ງມະຕິ, ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຮຸນແຮງ ຮ່ວມກັບແພດໝໍຂອງລາວ, ຈັດກອງປະຊຸມສໍາມະນາ, ແລກປ່ຽນບົດຮຽນກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.

ໂອກາດທີ່ມີຄວາມໝາຍສໍາຄັນນີ້, ເພື່ອຕອບສະໜອງຜົນງານອັນຍິ່ງໃຫຍ່ໃນການປະກອບສ່ວນຂອງຄະນະຊ່ຽວຊານແພດໝໍຫວຽດນາມ, ໃນການຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ, ທ່ານ ບຸນແພງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມອບໃບຍ້ອງຍໍ ໃຫ້ຄະນະຊ່ຽວຊານຫວຽດນາມ ທີ່ມີຜົນງານດີເດັ່ນ ໃນການມາຊ່ວຍເຫຼືອລາວຕ້ານໂຄວິດ-19 ຄັ້ງນີ້.
ຄັດຈາກຫນັງສືພິມ ປະຊາຊົນ