ກ່ອນອື່ນຕ້ອງຂໍອະນຸຍາດນຳຮູບມາລົງ ສຳຫຼັບກໍລະນີນີ້ແມ່ນໄດ້ຮັບການສັກວັກຊີນເຂັມທີ່ 2 ແຕ່ປະກົດວ່າຜົນກວດເປັນບວກ
– ຢ່າງທີ່ທາງໝໍເພິ່ນຖະແຫຼງຂ່າວມາຕະຫຼອດນັ້ນລະວ່າ ການສັກວັກຊີນເຖິງຈະສັກເຂັມ 2 ແລ້ວ ກໍ່ຍັງມີໂອກາດຮັບເຊື້ອ ແລະ ຕິດເຊື້ອໄດ້.

– ການສັກວັກຊີນຫຼາຍຄົນຍັງເຂົ້າໃຈຄາດເຄື່ອນວ່າສັກແລ້ວບໍ່ຕິດ (ຍັງຕິດໄດ້ຍັງເປັນຜູ້ຮັບເຊື້ອໄດ້
– ການສັກວັກຊີນເປັນການສ້າງພູມຄຸ້ມກັນ (ບໍ່ແມ່ນກັນບໍ່ໃຫ້ຕິດ) ຍົກຕົວຢ່າງສົມມຸດ: ສັກວັກຊີນກັນຫວັດ ແຕ່ເຮົາກໍ່ຍັງເປັນຫວັດໄດ້ຢູ່ແຕ່ ເຮົາຈະເປັນພຽງ 1-2 ມື້ກໍ່ຫາຍດີ ຊຶ່ງຕ່າງຈາກຜູ້ບໍ່ສັກເປັນ 1-2 ອາທິດກໍ່ບໍ່ຫາຍດີ ແລະ ເປັນແຮງກວ່າເຮົາ.

ດັ້ງນັ້ນແລ້ວ ຜູ້ທີ່ໄດ້ຮັບການຮັກວັກຊີນ ກາດຢ່າຕົກ ຢ່າຖືເບົາ ຢ່າໄດ້ເລີນເລີ້ ຫາກເຈົ້າໄປສຳຜັດກັບເຊື້ອກໍ່ຍັງມີໂອກາດຕິດເຊື້ອໂຄວິດ-19ໄດ້.ຂໍໃຫ້ຫາຍໄວໆເດີ້