ແບ່ງປັນເລື່ອງດີໆທີ່ເກີດຂຶ້ນໃນສັງຄົມເຮົາ ຊົມເຊີຍ “ວິໄລຄຳ” ຄົນໃຈບຸນ ທີ່ບໍ່ເຄີຍຢຸດເຮັດຄວາມດີ.”ວິໄລຄຳ” ປັດຈຸບັນ ອາຍຸ 30 ປີ

ອາຊີບຄ້າຂາຍ ນາມເຈົ້າຂອງແບຣນດີເວີ້ ໜຶ່ງໃນຜູ້ມີໃຈຮັກໃນການຊ່ວຍເຫຼືອຜູ້ຄົນ, ຫຼາຍຄົນຄົງເຫັນແລ້ວກັບການບໍລິຈາກ ຫຼື ການລະດົມທຶນ, ປະກອບສ່ວນຊ່ວຍເຫຼືອໃນຫຼາຍພາກສ່ວນ ໂດຍສະເພາະໄລຍະໂຄວິດ-19.

ຂໍຊົມເຊີຍນໍ້າໃຈອັນປະເສີດ!!.ສິໄລຄຳ ໄດ້ໃຫ້ສຳພາດກັບມ່ວນວ່າ: “ຕົນເອງເຄີຍຜ່ານຈຸດລຳບາກມາແລ້ວເວລາເຫັນຄົນອື່ນລຳບາກຕົນເຂົ້າໃຈເຖິງຄວາມຮູ້ສຶກນັ້ນດີ ຈຶ່ງຢາກໄປແບ່ງເບົາຄວາມລຳບາກເພື່ອໃຫ້ເຂົາເຈົ້າມີກຳລັງໃຈສູ້ຊີວິດ ແລະ ໄດ້ເຫັນເຖິງຄວາມມີນໍ້າໃຈຂອງສັງຄົມຄົນລາວ

ທີ່ສໍາຄັນຢາກເປັນສ່ວນໜຶ່ງ ໃນການປຸກລະດົມໃຫ້ທຸກຄົນເຮັດຄວາມດີ.ແນ່ນອນຜົນທີ່ຕອບຮັບມັນຄືຄວາມສຸກທີ່ໄດ້ເຫັນຄົນທີ່ເຮົາຊ່ວຍມີຊີວິດທີ່ດີຂຶ້ນ ມັນໄດ້ຫຼາຍໆຢ່າງ ໄດ້ຄຳອວຍພອນ ແລະ ຍັງເຮັດໃຫ້ຊີວິດຈະເລີນກ້າວໜ້າ.”

.ສຳລັບຊີວິດຂອງແມ່ຄ້າຄົນນີ້ ເຄີຍລົ້ມລະລາຍມາກ່ອນ ແຕ່ຜູ້ກ່ຽວກໍບໍ່ເຄີຍທໍ້ ແລະ ເບິ່ງທຸກຢ່າງໃຫ້ເປັນໂອກາດຢູ່ສະເໝີ ເມື່ອປະສົບຜົນສຳເລັດໃນທຸລະກິດຂອງໂຕເອງ ຜູ້ກ່ຽວຈຶ່ງມີຄວາມຮູ້ສຶກຢາກຊ່ວຍຄົນທີ່ລຳບາກຂາດເຂີນ

ນັບແຕ່ພະຍາດລະບາດຂຶ້ນເທື່ອທີສອງ. ຖືວ່າສັງຄົມລາວ ຫຼາຍພາກສ່ວນໄດ້ອອກມາຮ່ວມໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນຍາມວິກິດຊ່ວຍເຫຼືອສັງຄົມລະດົມທຶນສ້າງເຮືອນ, ຊື່ ວິໄລຄຳ ກາຍເປັນທີ່ຮູ້ຈັກໃນສັງຄົມ ໃນນາມຄົນດີສາຍບຸນ!!!. ການຊ່ວຍເຫຼືອເລີ່ມຈາກຊື້ໄຂ່,

ແຈກເຂົ້າສານ ໃຫ້ປະຊາຊົນ ແລະ ນັກສຶກສາ ຜູ້ທຸກຍາກຂາດເຂີນ ແລະ ໜ່ວຍງານສະເພາະກິດ ທີ່ສຳຄັນກ່ອນນັ້ນແມ່ນຊ່ວຍລະດົມທຶນຈາກສັງຄົມ ແລະ ບວກທຶນໂຕເອງສ້າງເຮືອນ ໃຫ້ຜູ້ທຸກຍາກ. ແນ່ນອນວ່າແຜນຕໍ່ໜ້າ ເພິ່ນກໍຍັງຈະຊ່ວຍເຫຼືອສັງຄົມຕະຫຼອດໄປ..ໂດຍ:

1 ທີມຂ່າວບັນເທີງ muan.la #ມ່ວນ #muan #ຊ່ວຍເຫຼືອສັງຄົມ #laocanfightcovid

#ລາວສູ້ໂຄວິດໄດ້