ຊີວິດໂຕຄົນດຽວມັນແສນເສົ້າໂຊກສາຕາຊ່າງບໍ່ເຂົ້າຂ້າງເລີຍຈາກຄອບຄົວມາເພື່ອຫວັງຊ່ວຍເຫລືອຄອບຄົວແຕ່ສຸດທ້າຍຊີວິດກະມາເຈີແບບນີ້.

ຂ້ອຍນາງ ຊື່ປານີ ທອງແສງຈິດຂ້ອຍອາຍຸ24ປີ ຢູ່ບ້ານນ້ຳມ່າເຫມືອ. ເມືອງຂວາ ແຂວງຜົ້ງສາລີ ຈາກບ້ານມາໄດ້ສອງປີກ່ວາເພື່ຶອມາຫາເງິນອາໄສຢູ່ຫ້ອງແຖວຮັບຈ້າງທົ່ວໄປຫາເຊົ້າກິນຄ່ຳ ແຕ່ໄປບໍ່ຮອດໃສພັດເຈີພິດໂຄວິດແລະບັນຫາສຸຂະພາບ.

ຂ້ອຍກວດພົບວ່າໂຕເອງບໍ່ສະບາຍມີກ້ອນຫຍັງກະບໍ່ຮູ້ໃນຫົວໃຈເບື້ອງລຸ່ມ ໃນເມືອເປັນແບບນີ້ແລ້ວນ້ອງໄດ້ຊອກຫາທຸກວິທີທາງໄດ້ໂທຫາຄອບຄົວແລະພີ່ນ້ອງກະບໍມີໃຜຊ່ວຍໄດ້ພໍ່ໄດ້ຄົ້ນຄ້ວາຫາພີ່ນ້ອງແຕ່ກະບໍ່ມີຫຍັງເລີຍແລະຄອບຄົວຕົນກະເປັນຄອບຄົວທີ່ຂາດສົນ.

ດັ່ງນັ້ນນ້ອງຈຶ່ງຂໍຄວາມເຫັນໃຈແລະຂໍຄວາມຊ່ວຍເຫລືອມາຍັງພໍ່ແມ່ປະຊາຊົນຫມູ່ເພື່ອນມິດສະຫາຍຍາດພີ່ນ້ອງຊ່ວຍນ້ອງແດ່ນ້ອງບໍ່ມີກ້ອນກຳລັງພໍທີ່ຈະຮັກສາໂຕເອງເລີຍ ປັດຈຸບັນແມ່ນນອນລໍຖ້າອາການຢູ່ໂຮງຫມໍມະໂຫສົດຕຶກຫົວໃຈ


