ກ່ອນອື່ນຫມົດຕິນ່າຕ້ອງຂໍໂທດມາຍັງພໍ່ແມ່ອ້າຍເອື້ອຍນ້ອງປະຊາຊົນທຸກຄົນທີ່ໄດ້ເຮັດໃຫ້ສັງຄົມເກີດຄວາມວຸ້ນວາຍ ແລະ ມີຜົນກະທົບຫລາຍໆຢ່າງແບບນີ້…. ແລະ ຕິນ່າເອງກໍ່ຢາກຂໍຂອບໃຈສຳລັບຫລາຍໆຄົນທີ່ໄດ້ໃຫ້ຄຳແນະນຳ ແລະ ການແກ້ໄຂເພື່ອເປັນທາງອອກໃຫ້ເລື່ອງດັ່ງກ່າວທີ່ເກີດຂື້ນ….ສະນັ້ນໃນຕອນນີ້ແມ່ນຕິນ່າເອງໄດ້ແຈ້ງທາງຫນ່ວຍສະເພາະກິດກ່ຽວກັບສະຖານທີ່ໆເອື້ອຍຮັກອາໄສຢູ່ ແລະ ສະຖານທີ່ປັດຈຸບັນເປັນທີ່ຮຽບຮ້ອຍແລ້ວ…..
ຂໍ້ມູນກ່ຽວກັບນາງພາວະດີ ວິພາກອນບ້ານນາເຫລັກ ເມືອງສາລະວັນ ແຂວງສາລະວັນເຊິ່ງລາວໄດ້ໄປຫລີ້ນຢູ່ສະຫວັນນະເຂດ ແລະ ພົບເຈີະກັບຄົນໄທເຊິ່ງປັດຈຸບັນໄດ້ປິ່ນປົວຕົວເອງທີ່ໂຮງຫມໍຫນອງຄາຍ ປະເທດໄທ
1. ບໍ່ໄດ້ຮູ້ຈັກກັບຄົນໄທເປັນການສ່ວນຕົວ2. ຖືກຕົວະວ່າເຂົາມາຢູ່ລາວດົນແລ້ວ3. ຕິນ່າຢູ່ແຕ່ວຽງຈັນບໍ່ໄດ້ອອກໄປສະຫວັນນະເຂດ ຫລື ແຂວງອື່ນໆ4. ຄົນທີ່ຕິດເຊື້ອບາງຄົນແມ່ນຕິດພ້ອມກັນກັບຕິນ່າເພາະຫລີ້ນຢູ່ກຸ່ມດຽວກັນກັບຄົນໄທ
ສະນັ້ນຕິນ່າເອງກໍ່ຂໍໂທດ ແລະ ຂໍອະໄພມາຍັງພໍ່ແມ່ປະຊາຊົນທຸກໆຄົນທີ່ເຮັດໃຫ້ເກີດເຫດການແບບນີ້ເກີດຂື້ນ…🙏🏻🙏🏻🙏🏻🙏🏻😔😔