Breaking News

ໂຈນລັກຊັບຂອງລັດ ເຈົ້າໜ້າທີ່ອອກກວດກາລາດຕະເວນຈັບໄດ້

*** ລັກຊັບຂອງລັດ ໃນຂະນະເຈົ້າໜ້າທີ່ອອກກວດກາລາດຕະເວນ ***ທ້າວ ຕຳລືງ ອາຍຸ 28 ປີ ອາຊີບກຳມະກອນ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ກຸ່ມສີຖານກັກຕົວ ແລະ ມອບໃຫ້ ປກສ ເມືອງສີໂຄດຕະບອງ ດຳເນີນຄະດີໃນຄັ້ງວັນທີ 26/5/2021 ໃນຂໍ້ຫາລັກຊັບຂອງລັດ ( ລັກຕະແກງເຫຼັກອັດຮ່ອງລະບາຍນໍ້າ ) ຢູ່ຖະໜົນເຂດໄຟແດງດົງນາໂຊກ ຫາ ໄຟແດງເຕ້ 2.

ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນວັນທີ 26/5/2021 ເວລາ 23ໂມງ ເຈົ້າໜ້າທີ ປກສ ກຸ່ມສີຖານທີ່ຂື້ນກັບ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ໄດ້ອອກກວດກາລາດຕະເວນໃນພື້ນທີ່ຄວາມຮັບຜິດຊອບຂອງຕົນເມືອມາຮອດບ້ານນາຄຳ ໄດ້ພົບເຫັນ ທ້າວ ຕຳລືງ ຜູ້ກ່ຽວໄດ້ລັກເອົາຕະແກງເຫຼັກອັດຮ່ອງລະບາຍນ້ຳຖະໜົນ ຈື່ງໄດ້ນຳເອົາຕົວຜູ້ກ່ຽວມາສອບສວນ ເບື້ອງຕົ້ນຜູ້ກ່ຽວໄດ້ຮັບສາລະພາບວ່າ:

ໃນເວລາ 10 ໂມງຂອງວັນທີ 26/5/2021 ຕົນໄດ້ມາເຮືອນພີ່ນ້ອງຢູ່ບ້ານດົງນາໂຊກເໜືອໃນເວລາກັບໄດ້ເຫັນຕະແກງເຫຼັກອັດຮ່ອງລະບາຍນ້ຳ ຈື່ງເກີດຄວາມຄິດຢາກໄດ້ໄປຂາຍເອົາເງີນຈື່ງລົງມືລັກເອົາແລ້ວຍ່າງມາເຂດບ້ານນາຄຳ ເຈົ້າໜ້າທີ່ຈື່ງໄດ້ພົບເຫັນແລ້ວນຳຕົນມາຫ້ອງການ ປກສ ກຸ່ມ ພ້ອມທັງນຳຕົວພາໄປຊີ້ຈຸດບ່ອນລັກທຳແຜນປະກອບຄຳຮັບສາລະພາບ ແລ້ວນຳຕົວຜູ້ກ່ຽວສົ່ງໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອດຳເນີນຄະດີຕາມກົດໝາຍ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.