Breaking News

ໄຟຟ້າລາວຈະຂາດທຶນ 6 ຕື້ກວ່າກີບຕໍ່ເດືອນສະເພາະການປະຕິບັດນະໂຍບາຍຫລຸດຄ່າໄຟຟ້າ 3%

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການ ລັດວິສາຫະກິດ ໄຟຟ້າລາວ ໃຫ້ສໍາພາດວ່າ: ການຫລຸດຄ່າກະແສໄຟຟ້າ ພາກທີ່ຢູ່ອາໃສ 3% ໃນຄັ້ງນີ້ ຖືເປັນການປະ ກອບສ່ວນ ເພື່ອຊ່ວຍຫລຸດຜ່ອນຜົນກະທົບຂອງປະຊາຊົນລາວບັນດາເຜົ່າຈາກການລະບາດຂອງພະຍາດໂຄວິດ-19,

ເຊີ່ງລັດວິສາຫະກິດໄຟຟ້າລາວ ມີຄວາມສາມາດຫລຸດໄດ້ເທົ່ານີ້ ເພາະຍັງມີໜີ້ສິນທີ່ຕ້ອງຈ່າຍຈຳນວນຫລາຍ. ສະເພາະການປະຕິບັດນະໂຍບາຍຫລຸດຄ່າກະແສໄຟຟ້າດັ່ງກ່າວນີ້ ຈະເຮັດໃຫ້ລັດວິສາຫະກິດໄຟຟ້າລາວຂາດທຶນເດືອນລະ 6 ຕື້ກວ່າກີບ ໂດຍບໍ່ໄດ້ລວມການຂາດທຶນອື່ນໆ ທີ່ມີຢູ່ແລ້ວ.

ຜູ້ອຳນວຍການ ລັດວິສາຫະກິດ ໄຟຟ້າລາວ ກ່າວຕື່ມວ່າ: ການຫລຸດຄ່າກະແສໄຟຟ້າຄັ້ງນີ້ ເຖີງວ່າບໍ່ຫລາຍ ແລະ ບໍ່ຖືກໃຈຂອງຫລາຍຄົນ ແຕ່ຖືເປັນການປະກອບສ່ວນສໍາຄັນຂອງລັດວິສາຫະກິດໄຟຟ້າລາວທີ່ມີຕໍ່ປະຊາຊົນ ກໍຄື ຜູ້ຊົມໃຊ້ກະແສໄຟ

ຟ້າໃນລາວທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນທ່າມກາງສະພາບທີ່ລັດວິສາຫະກິດໄຟຟ້າລາວມີໜີ້ສິນທີ່ຕ້ອງຈ່າຍເປັນຈໍານວນຫລາຍ.

ຂໍ້ມູນ: Lao Nation Radio

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.