Breaking News

ຄວນອ່ານໃຫ້ຮູ້! ແອນ້ອຍ ບໍ່ຕ້ອງໃສ່ໜ້າກາກອະນາໄມ ຖ້າໃສ່ເປັນແນວໃດ

ໃນຊ່ວງເວລາທີ່ພວກເຮົາທຸກຄົນຕ້ອງໃສ່ໜ້າກາກ ເຂົ້າຫາກັນ ເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອໄວຣັສໂຄວິດ-19 ດັ່ງນັ້ນ, ຈື່ງເປັນເລື່ອງທີ່ຖືກຕ້ອງ ທີ່ພໍ່ແມ່ຄວນຈັດຫາໜ້າກາກອະນາໄມໃຫ້ລູກໃສ່ ເພື່ອໃຫ້ເກີດຄວາມເຄີຍຊິນ

ແຕ່ສຳລັບ ແອນ້ອຍ ຫຼື ເດັກນ້ອຍເກີດໃໝ່ ໜ້າກາກອະນາໄມ ບໍ່ແມ່ນຕົວຊ່ວຍສຳຄັນໃນການຫຼຸດຜ່ອນຄວາມສ່ຽງຄືກັບຄົນອາຍຸອື່ນໆ

ໂດຍຂໍ້ມູນຈາກ ອົງການອະນາໄມໂລກ ແລະ ອົງການອຸຍນິເຊບ ລະບຸວ່າ ເດັກນ້ອຍທີ່ມີອາຍຸຫຼາຍກວ່າ 12 ປີ ຄວນໃສ່ໜ້າກາກອະນາໄມເຊັ່ນດຽວກັບຜູ້ໃຫ່ຍ ຂະນະທີ່ເດັກນ້ອຍໃນລະຫວ່າງ 6-11 ປີ

ຄວນໃສ່ໜ້າກາກສະເພາະໃນສະຖານະການທີ່ສ່ຽງ ສ່ວນເດັກນ້ອຍອາຍຸຕໍ່າກວ່າ 5 ປີລົງມາ ແມ່ນບໍ່ບັງຄັບໃຫ້ຕ້ອງໃສ່ໜ້າກາກອະນາໄມ X link

ຂະນະທີ່ ເວັບໄຊໄທລັດ ໄດ້ອ້າງອີງຈາກ ທ່ານ ນາງ ພອນພິມົນ ອະທິບໍດີກົມອະນາໄມ (ປະເທດໄທ) ທີ່ເປີດເຜີຍວ່າ: ເດັກນ້ອຍເກີດໃໝ່ ຫາ 1 ປີ ບໍ່ຄວນໃສ່ໜ້າກາກ ເພາະເດັກນ້ອຍເກີດໃໝ່ ລະບົບຫາຍໃຈຍັງບໍ່ແຂງແຮງພໍ ອາດມີໂອກາດເກີດອັນຕະລາຍຕໍ່ກັບລະບົບປະສານໄດ້

ທັງນີ້, ສິ່ງສຳຄັນທີ່ສຸດ ແມ່ນບໍ່ຄວນນຳແອນ້ອຍອອກຈາກບ້ານ ຍົກເວັ້ນການພາໄປຮັບວັກຊີນຕາມໝໍກຳນົດ ຫຼື ພາໄປພົບແພດຫາກມີອາການເຈັບໄຂ້ ໂດຍແນະນຳໃຫ້ໃສ່ລົດຍູ້ທີ່ມີຜ້າປົກປິດ ເວັ້ນໄລຍະຫ່າງຈາກຜູ້ອຶ່ນ ແລະ ໃຫ້ງົດຫອມແກ້ມແອນ້ອຍ ພ້ອມທັງໃກ້ຊິດເກີນໄປ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.