🔥 🔥 ຂ່າວດີ !!! ອີງຕາມ ບົດບັນທຶກກອງປະຊຸມ ຂອງ ຄະນະສະເພະກິດໂທລະຄົມ ແລະ ອິນເຕີເນັດ ຄັ້ງວັນ 26 ພຶດສະພາ 2021.

ອົງການດັດສົມໂທລະຄົມມະນາຄົມ ຂໍຖືເປັນກຽດແຈ້ງມາຍັງ ບັນດາທ່ານຜູ້ອຳນວຍການ ບໍລິສັດໂທລະຄົມມະນາຄົມ ໃຫ້ຈັດຕັ້ງປະຕິບັດນະໂຍບາຍຫຼຸດຄ່າໂທປະເພດການບໍລິການຕ່າງໆ ເພື່ອຊ່ວຍເຫຼືອສັງຄົມໃນຊ່ວງໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເປັນການອຳນວຍຄວາມສະດວກສຳລັບການເຮັດວຽກຢູ່ບ້ານ, ການຮຽນ-ການສອນທາງໄກ ແລະ ຂົງເຂດປິ່ນອ້ອມອື່ນໆ ດັ່ງເນື້ອໃນລຸ່ມນີ້:

1. ໃຫ້ບັນດາບໍລິສັດໂທລະຄົມ ຫຼຸດຄ່າໂທ (Voice) ລົງ 15 % ຂອງລາຄາມາດຕະຖານສໍາລັບທຸກປະເພດບໍລິການ( ໂທລະສັບຕັ້ງໂຕະ,ໂທລະສັບຕັ້ງໂຕະບໍ່ມີສາຍ, ໂທລະສັບລາຍເດືອນ ແລະໂທລະສັບແບບຕື່ມເງິນ);
2. ໃຫ້ບັນດາບໍລິສັດໂທລະຄົມ ສົ່ງຂໍ້ຄວາມ (SMS) ໃຫ້ລູກຄ້າຂອງຕົນ ເຊິ່ງມີເນື້ອໃນ ຄື: “ຕິດຕາມຂ່າວສານທາງການ ກ່ຽວກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ທີ່ ເວັບໄຊhttps://www.covid19.gov.la
”3. ໃຫ້ເລີ້ມຈັດຕັ້ງປະຕິບັດນັບແຕ່ ວັນທີ 31 ພຶດສະພາ ຫາ ວັນທີ 30 ມິຖຸນາ 2021.
ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການ ສະບັບນີ້ດ້ວຍ.

