ຂໍແຈ້ງຂ່າວເສົ້າສະຫຼົດໃຈມາຍັງພີ່ນ້ອງທຸກຄົນ ພໍ່ ຂອງນາງ ບົວແພງ ສີສະຫງ່າທີ່ແອັດມິນໂພສຂໍຄວາມຊ່ວຍເຫຼືອຈາກບັນດາທ່ານເມື່ອ 2 ມື້ກ່ອນຫັນໄດ້ເສຍຊີວິດລົງແລ້ວໃນຕອນເຊົ້າມື້ນີ້ ເວລາ 3: 00.

ປະຈຸບັນນີ້ສົບຂອງເພິນແມ່ນໄດ້ຖືກນຳກັບໄປບ້ານໂຄ້ງ ເມືອງ ນ້ຳບາກ ແຂວງ ຫຼວງພະບາງ.ດັ່ງນັ້ນຈຶ່ງແຈ້ງມາຍັງບັນດາທ່ານໃຫ້ຊາບ ແລະ ຂໍຕ່າງໜ້າທາງຄອບຄົວ ຂອງ ນາງ ບົວແພງ ສີສະຫງ່າ ຂອບໃຈມາຍັງບັນດາທ່ານຜູ້ທີ່ຊ່ວຍເປັນປັນໃຈ, Like, Share ແລະ ໃຫ້ກຳລັງໃຈ.

ຂໍວິງວອນແດ່ສິ່ງສັກສິດຈົ່ງປົກປັກຮັກສາທຸກໆທ່ານໃຫ້ມີສຸຂະພາບແຂງແຮງ ຄວາມເຈັບຂໍຢ່າໄດ້ຄວາມໄຂ້ຂໍຢ່າມີ. ຂໍໃຫ້ລຳລວຍໆທຸກທ່ານ.#RIP ເດີພໍ່

ທີ່ມາ
