Breaking News

8 ຕະຫຼາດ 1 ຈຸດຂາຍ ຖືກໂຈະເປີດບໍລິການ ຊົ່ວຄາວ 2 ວັນເພື່ອຂ້າເຊື້ອ ແລະ ເຮັດການອະນາໄມ ຫຼັງມີຜູ້ຕິດເຊື້ອພະຍາດໂຄວິດໄປໃຊ້ບໍລິການ

ນະຄອນຫຼວງວຽງຈັນ ມີ 8 ຕະຫຼາດ ແລະ 1 ຈຸດຂາຍ ຖືກໂຈະການບໍລິການຊົ່ວຄາວເປັນເວລາ 2 ວັນເພື່ອຂ້າເຊື້ອ ແລະ ເຮັດການອານາໄມຈັດສັນຄືນໃໝ່ ຫຼັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ໄປຊົມໃຊ້ບໍລິການໃນຕະຫຼາດດັ່ງກ່າວ.ນະຄອນຫຼວງວຽງຈັນ ມີ 8 ຕະຫຼາດ ແລະ 1 ຈຸດຂາຍ ຖືກໂຈະການບໍລິການຊົ່ວຄາວເປັນເວລາ 2 ວັນເພື່ອຂ້າເຊື້ອ ແລະ ເຮັດການອານາໄມຈັດສັນຄືນໃໝ່ ຫຼັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ໄປຊົມໃຊ້ບໍລິການໃນຕະຫຼາດດັ່ງກ່າວ.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ (ອຄ.ນວ) ກ່າວໃນຖະແຫຼງຂ່າວຂອງຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ປະຈໍາວັນທີ 29 ພຶດສະພາ 2021 ໃຫ້ຮູ້ວ່າ: ກ່ຽວກັບການກວດກາ, ຕິດຕາມ, ຄຸ້ມຄອງລາຄາສິນຄ້າ, ການສະໜອງສິນຄ້າ, ການຕິດຕາມກວດກາມາດຕະການປ້ອງກັນ, ການຄວບຄຸມໃນໂຮງງານ ອຸດສາຫະກຳປຸງແຕ່ງ ແລະ ຫັດຖະກໍາ ໃນຕະຫຼາດ, ສູນການຄ້າ, ຮ້ານຄ້າ ແລະ ຕິດຕາມ ການນຳເຂົ້າສິນຄ້າ ອຸປະໂພກບໍລິໂພກ.

ພາຍຫຼັງມີຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ແລະ ນິຕິກໍາຂອງ ນະຄອນຫຼວງວຽງຈັນ, ນິຕິກຳຂອງກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ເປັນແຕ່ລະໄລຍະ. ພະແນກ ອຄ.ນວ ກໍ່ໄດ້ມີການຜັນຂະຫຍາຍເປັນນິຕິກໍາແນະນຳເຊັ່ນ: ໄດ້ອອກແຈ້ງການ ແນະນໍາກ່ຽວກັບການເພີ່ມທະວີ ແລະ ມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19 ຂົງເຂດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກຳ ແລະ ຂົງເຂດການຄ້າ, ການຄວບຄຸມລາຄາສິນຄ້າ, ການສະໜອງສິນຄ້າ ຢູ່ ນວ ມີ 3 ໄລຍະມີຈໍານວນ 13 ສະບັບ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ ໄດ້ລົງເຮັດບົດບັນທຶກກັບຄະນະຈັດສັນຕະຫຼາດ, ເຈົ້າຂອງຮ້ານຄ້າທົ່ວໄປ ໃນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມມາດຕະການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກອັດດັງ ແລະ ລ້າງມືດ້ວຍເຈວທຸກຄັ້ງກ່ອນເຂົ້າຕະຫຼາດ ຫຼື ຮ້ານຄ້າ.

ນອກຈາກນີ້, ກໍຍັງໄດ້ລົງຕິດຕາມກວດກາລາຄາສິນຄ້າເຊັ່ນ: ໄດ້ລົງກວດກາ ຈໍານວນ 8 ຕະຫຼາດໃຫຍ່ ແລະ ຕະຫຼາດອື່ນໆ ຜ່ານການກວດກາຕົວຈິງ 20 ຕະຫຼາດ ແລະ ບັນດາສູນການຄ້າ ເຫັນວ່າເຄື່ອງອຸປະໂພກ-ບໍລິໂພກ ແມ່ນຂາຍໃນລາຄາປົກກະຕິ ເຊິ່ງຄະນະກຳມະການລົງກວດກາແມ່ນໄດ້ແນະນຳໃຫ້ຈັດສັນຕະຫຼາດລະດົມຊາວຄ້າຂາຍໃຫ້ເປີດຂາຍສິນຄ້າສະບຽງອາຫານຢ່າງປົກກະຕິ ເພື່ອສະໜອງອາຫານໃຫ້ພຽງພໍ ແລະ ບໍ່ໃຫ້ມີການຂຶ້ນລາຄາສິນຄ້າຕາມໃຈ.

ສ່ວນໂມງເປີດ ແລະ ປິດ ກໍເຫັນວ່າສ່ວນໃຫຍ່ກໍປະຕິບັດໄດ້ດີ ແຕ່ກໍ່ມີຈໍານວນໜຶ່ງທີ່ປະຕິບັດບໍ່ທັນໄດ້ ກໍໄດ້ມີການເຮັດບັນທຶກຕັກເຕືອນ. ພ້ອມນີ້, ໄດ້ມີການປະເມີນຄວາມສ່ຽງໃນແຕ່ລະຕະຫຼາດ ເຊິ່ງເຫັນວ່າການຮັກສາໄລຍະຫ່າງແມ່ນບໍ່ທັນຮັບປະກັນ ຈຶ່ງໄດ້ຂໍຄວາມຮ່ວມມືນຳຜູ້ປະກອບການໃຫ້ປິດຊົ່ວຄາວ ການຈໍາໜ່າຍພືດຜັກ, ໝາກໄມ້ ແລະ ສິນຄ້າບໍລິໂພກ ຢູ່ໃນຕະຫຼາດໜອງຈັນ ແລະ ບໍລິເວນນອກຕະຫຼາດ ທີ່ບ້ານຄຸ້ມຄອງຕັ້ງຢູ່ບ້ານໜອງຈັນ ເມືອງສີສັດຕະນາກ ສໍາລັບພາກເຊົ້າໃນໄລຍະເວລາແຕ່ 5:30-8:30ໂມງ, ສຳລັບບັນດາຫ້າງຮ້ານທີ່ເປີດບໍລິການແຕ່ 8:30 ໂມງ ເປັນຕົ້ນໄປ ແມ່ນໃຫ້ສືບຕໍ່ເປີດບໍລິການຄ້າຂາຍຕາມປົກກະຕິ; ສົມທົບກັບສະເພາະກິດເມືອງຈັນທະບູລີ ຈັດສັນຄືນຕະຫຼາດ ພາກເຊົ້າ 1 ແລະ 2 ທົ່ງຂັນຄໍາ ໃຫ້ຢຸດເຊົາຂາຍແຄມທາງ, ຜ່ານການປະຕິບັດເຫັນວ່າຜູ້ປະກອບການ ແລະ ຊາວຄ້າຂາຍໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ.

ທ່ານ ນາງ ວັນມະນີ ພິມມະສານ ໃຫ້ຮູ້ຕື່ມວ່າ: ນອກຈາກນີ້, ຄະນະສະເພາະກິດຂັ້ນນະຄອນຫລວງ ແລະ ເມືອງ ໄດ້ມີການຄົ້ນຄວ້າ ເພື່ອໃຫ້ມີຄວາມຮັບປະກັນບໍ່ໃຫ້ມີການແຜ່ເຊື້ອເຂົ້າສູ່ຕະຫຼາດ ເນື່ອງຈາກໄດ້ມີຜູ້ຕິດເຊື້ອໄດ້ໄປຊົມໃຊ້ບໍລິການຢູ່ຕະຫຼາດ ຈຶ່ງໄດ້ມອບໝາຍໃຫ້ພະແນກ ອຄ.ນວ ອອກແຈ້ງການໂຈະການບໍລິການຊົ່ວຄາວ ເປັນເວລາ 2 ວັນເພື່ອຂ້າເຊື້ອ ແລະ ເຮັດການອະນາໄມ ຈັດສັນຄືນໃໝ່ ຈຳນວນ 8 ຕະຫຼາດ ແລະ 1 ຈຸດຂາຍຄື: ຕະຫຼາດໂນນຄໍ້, ຕະຫຼາດຫົວຂົວ, ຕະຫຼາດ 5 ແຍກ ດົງຈອງ, ຈຸດຂາຍຢູ່ໜ້າໂຮງງານຕັດຫຍິບໄອຊິນ, ຕະຫຼາດໄຮຄໍາ, ຕະຫຼາດທົ່ງປົ່ງ, ຕະຫຼາດລາວອົດຊີ, ຕະຫຼາດໂພນຕ້ອງຈອມມະນີ, ຕະຫຼາດສີວິໄລ.

ຕໍ່ວຽກງານການແຈ້ງໂຈະຊົ່ວຄາວດັ່ງກ່າວກໍ່ອາດເຮັດໃຫ້ປະຊາຊົນ ແລະ ຜູ້ປະກອບການອາດບໍ່ໄດ້ຮັບຄວາມສະດວກໃນການຊື້-ຂາຍປານໃດ ແຕ່ກໍຂໍໃຫ້ເຂົ້າໃຈ ເພາະເປັນການປ້ອງກັນບໍ່ໃຫ້ພະຍາດແຜ່ລະບາດກໍ່ຄືຕັດວົງຈອນຂອງການລະບາດ, ແຕ່ໂດຍລວມກໍ່ເຫັນວ່າຜູ້ປະກອບການ ພໍ່ຄ້າຊາວຂາຍ ແລະ ຜູ້ໄປໃຊ້ບໍລິການກໍມີຄວາມເຂົ້າໃຈ ແລະ ໃຫ້ການຮ່ວມມືດີຫຼາຍ, ຖ້າພົບເຫັນການປະຕິບັດບໍ່ສອດຄ່ອງ ຂໍໃຫ້ໂທແຈ້ງສາຍດ່ວນ 1510 ປົກປ້ອງຜູ້ບໍລິໂພກ ໃນໂມງລັດຖະການ.

ສ່ວນແຜນໃນຕໍ່ໜ້າ ແມ່ນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດຕາມແຜນທີ່ໄດ້ກຳນົດໄວ້ ເຮັດແນວໃດໃຫ້ປ້ອງກັນຈາກພະຍາດໂຄວິດ-19, ໂຮງງານດໍາເນີນການຜະລິດ, ບັນດາຕະຫຼາດ, ສູນການຄ້າ, ຊັບພະສິນຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ ໄດ້ມີການດໍາເນີນໂດຍມີຄວາມຮັບປະກັນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.