Breaking News

ເຫັນແລ້ວເປັນຕາອີຕົນ..!! ໃຜເຫັນລາວກາຍໄປກະຊ່ວຍລາວແດ່ເດີ້ ຊີວິດຄົນເຮົາເລືອກເກີດບໍ່ໄດ້

ໂຕຜູ້ໃຊ້ເຟສບຸກຊື່ J’jouny Ssb ໂພສວ່າ: ເຫັນແລ້ວກະນ້ຳຕາໄຫຼຊີວິດຄົນເລືອກເກີດບໍ່ໄດ້ແຕ່ເຮົາເລືອກທີ່ຊິສູ້ໄດ້

ເລື່ອງມີຢູ່ວ່າ:ໃນຕອນເຊົ້າຂອງມື້ນີ້ຂ້ອຍໄດ້ເຝົ້າຮ້ານຕາມປົກກະຕິແລ້ວມີຜູ້ຊາຍຄົນຫນື່ງເຊີ່ງເບີ່ງສະພາບລວມແລ້ວລາວກະບໍ່ສົມປະກອບປານໃດເປັນຄົນພິການເວົ້າບໍ່ໄດ້ລາວໄດ້ຍ່າງເຂົ້າມາຮ້ານຂ້ອຍພ້ອມທັງສະແດງທ່າທີອາການທີ່ຫິວເຂົ້າແຕ່ລາວເວົ້າບໍ່ໄດ້ໄດ້ແຕ່ສະແດງທ່າທີຂ້ອຍເລີຍຖາມວ່າຫິວເຂົ້າຫວາ ລາວກະງຶກຫົວ.

ແລ້ວຂ້ອຍກະໄປຕົ້ມຫມີ່ໃຫ້ລາວຖ້ວຍຫນື່ງພ້ອມນ້ຳຕຸກຫນື່ງພໍແຕ່ລາວກິນແລ້ວລາວກະຊອກຈົກເງິນອອກມາຈ່າຍເຫັນລາວຈົກເງິນອອກມາມີໃບຫ້າພັນລະພັນກີບລວມໆແລ້ວປະມາຊາວປາຍພັນລາວໄດ້ຍື້ນເງິນໃຫ້ຂ້ອຍສິບພັນຂ້ອຍກະເລີຍຕອບລາວວ່າໄດ້ແລ້ວເຈົ້າເອົາໄວ້ໂລດລາວກະກົ້ມຫົວແລ້ວຍ່າງອອກໄປ

ເລື່ອງນີ້ສອນໃຫ້ຮູ້ວ່າເຖິງເຮົາຊິເລືອກເກີດບໍ່ໄດ້ແຕ່ເລືອກທີ່ຊິສູ້ໄດ້ຄືຊາຍຄົນນີ້ລາວບໍ່ສົມປະກອບລາວຍັງຊອກຫາເກັບເຫລັກເກັບກະປ່ອງເພື່ອລ້ຽງຊີບລາວບາວບໍໄດ້ແບມືເລາະຂໍໃຜລາວສູ້ເພື່ອລ້ຽງຊີວິດໂຕເອງສູ້ຈົນເຖິງບັ້ນທ້າຍຂອງຊີວິດ ລະເຮົາເດ້ສົມປະກອບທຸກຢ່າງເຮົາກະຕ້ອງສູ້ຄິດຫາຄົນທີ່ດ້ອຍກວ່າເຮົາເຂົາຍັງສູ້ໄດ້

ໃຜເຫັນລາວຍ່າງກາຍກະເອົາເຂົ້າເອົານ້ຳໃຫ້ລາວກິນແດ່

ຢູ່ເຂດບ້ານ ທ່ານາສາ ເມືອງສັງທອງ ນະຄອນຫຼວງວຽງຈັນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.