Breaking News

ປະກາດ..​ແຈ້ງຊອກຫາຄົນຫາຍ..​ຊ່ວຍແຊຣ໌ໃຫ້ແດ່ ເພື່ອຜູ້ໃດໄດ້ພົບເຫັນຈະໄດ້ບອກຜູ້ກ່ຽວກັບບ້ານ ຫລື ໂທຫາຄອບຄົວມາເອົາ.

ທ້າວ. ວາຈ່າ ປັດຈຸບັນ ຢູ່ບ້ານ ໂຮມສຸກ ເມືອງໄຊ ແຂວງອຸດົມໄຊ ປະກາດຕາມຫາເມຍ ຊື່ ນາງ. ໄມເຊຍ ພ້ອມດ້ວຍລູກນ້ອຍ ທີ່ອອກຈາກບ້ານ ເພື່ອຊອກລູກຂອງຕົນເອງທີ່ໄປເລາະຫຼີ້ນ ແຕ່ຕອນແລງວັນທີ 29 ພຶດສະພາ ເວລາປະມານ 16:00 ໂມງ ປານນີ້ ຜູ້ກ່ຽວຍັງບໍ່ກັບເຮືອນ ສ່ວນລູກທີ່ແມ່ຊອກແມ່ນໄດ້ກັບເຮືອນແລ້ວ.

ຈຸດພິເສດຜູ້ກ່ຽວ: ເປັນຄົນຮ່າງນ້ອຍ, ອາຍຸ 25 ປີ, ບໍ່ຮູ້ພາສາລາວດີ.ໃນຂະນະທີ່ອອກຈາກເຮືອນໄປ ຜູ້ກ່ຽວໄດ້ເຈ່ຍລູກນ້ອຍອີກຄົນໄປນຳ ເປັນເພດຊາຍ ອາຍຸປະມານປີປາຍ. ເນື່ອຈາກວ່າ ຜູ້ກ່ຽວເປັນຄົນບໍ່ຄ່ອຍໄດ້ເດີນທາງໄປໄກ ຈິ່ງເປັນເຫດເຮັດໃຫ້ບໍ່ຮູ້ທາງກັບເຮືອນຕົນເອງ. ປັດຈຸບັນ ທາງຄອບຄົວ ກໍຄືຜູ້ເປັນຜົວ ແລະ ລູກ ເປັນຫ່ວງຢ້ານຜູ້ກ່ຽວບໍ່ຮູ້ທາງກັບບ້ານ.

ສະນັ້ນ. ຈິ່ງຂໍວິ່ງວອນສັງຄົມ ກໍຄືຊາວເທດສະບານແຂວງອຸດົມໄຊ ໃຫ້ກາຍຊ່ວຍເຫລືອ ຖ້າຫາກຜູ້ໃດພົບເຫັນຜູ້ກ່ຽວ ຈົ່ງຂໍແຈ້ງໃຫ້ທາງຄອບຄົວ ເພື່ອຈະໄດ້ໄປຮັບກັບເຮືອນໂດຍດ່ວນ

ຕິດຕໍ່ມາໄດ້ທາງເບີໂທລະສັບຂອງຜູ້ເປັນຜົວ 030 4780851 ( ທ້າວ ວາຈ່າ )ຂໍຂອບໃຈ ມາຍັງຜູ້ໃຈບຸນທັງຫຼາຍ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.