ລາຍງານ 31 ພຶດສະພາ 2021, ອີງຕາມການຖະແຫຼງຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ລະບຸວ່າ: ສປປ.ລາວ ກວດພົບຜູ້ຕິດເຊື້ອໃໝ່ພຽງ 1 ຄົນ ເຊິ່ງເປັນກໍລະນີນຳເຂົ້າ ຈາກແຂວງຈຳປາສັກ.

ປັດຈຸບັນນີ້ທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 1912 ຄົນ, ປິ່ນປົວເຊົາແລ້ວ 1,543 ຄົນ ແລະ ເສຍຊີວິດ 3 ຄົນ, ເຊິ່ງຜູ້ຕິດເຊື້ອໂຄວິດ-19 ໃນ ສປປ.ລາວ ສ່ວນໃຫຍ່ແມ່ນຢູ່ນະຄອນຫຼວງວຽງຈັນມີ 893 ຄົນ, ບໍ່ແກ້ວ 492 ຄົນ, ຈຳປາສັກ 322 ຄົນ, ສະຫວັນນະເຂດ 104 ຄົນ, ວຽງຈັນ 18 ຄົນ, ຫຼວງພະບາງ 16 ຄົນ, ສາລະວັນ 13 ຄົນ, ອຸດົມໄຊ 22 ຄົນ ແລະ ຫຼວງນ້ຳທາ 9 ຄົນ.

ເຊິ່ງນີ້ຖືເປັນຄັ້ງທຳອິດໃນຮອບ 40 ວັນ ທີ່ນະຄອນຫຼວງວຽງຈັນບໍ່ພົບຜູ້ຕິດເຊື້ອໃໝ່ ນັບຕັ້ງແຕ່ກວດພົບຜູ້ຕິດເຊື້ອທີ່ພົວພັນກັບບຸກຄົນຕ່າງໆປະເທດ ເຊິ່ງເປັນຄົນໄທ ທີ່ລັກລອບເຂົ້າມາໃນ ສປປ.ລາວ ຢ່າງຜິດກົດໝາຍ ນັ້ນກໍ່ຄືກໍລະນີທີ 59 ເມື່ອວັນທີ 20 ເມສາ 2021 ທີ່ຜ່ານມາ ແລະ ຫຼັງຈາກນັ້ນຕົວເລກຜູ້ຕິດເຊື້ອກໍ່ໄດ້ເພີ່ມຂຶ້ນເລື້ອຍໆ, ທີ່ຜ່ານມານັ້ນ ສປປ.ລາວ ມີຕົວເລກຜູ້ຕິດເຊື້ອລາຍໃໝ່ສູງສຸດໃນໜຶ່ງວັນຄື 113 ຄົນ ເມື່ອວັນທີ 26 ເມສາ 2021.

ສຳລັບຂໍ້ມູນການຮັບວັກແຊັງຕ້ານພະຍາດໂຄວິດ-19 ໃນ ສປປ.ລາວ ມາຮອດວັນທີ 30 ພຶດສະພາ 2021 ທົ່ວປະເທດ ມີຜູ້ໄດ້ຮັບການສັກວັກແຊັງເຂັມທຳອິດແລ້ວ 639,377 ຄົນ ແລະ ມີຜູ້ໄດ້ສັກຄົບສອງເຂັມແລ້ວ 227,317 ຄົນ.