Breaking News

ແຈ້ງເຕືອນ​ ຝົນຕົກ

🔥​🔥​⛈️ເຕືອນ​ອາກາດຮ້ອນ​ເອົ້າ​ ພ້ອມຈະມີ,​ຝົນຕົກ​ປານກາງ​ ຫາ​ ໜັກ​ ຢູ່ບາງທ້ອງຖິ່ນ ໄລຍະວັນທີ​ 4-6 ມິຖຸນານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ແຕ່ວັນທີ 31 ພຶດສະພາ – 06 ມິຖຸນາ 2021: ໃນໄລຍະວັນທີ 31 ພຶດສະພາ ຫາ 3 ມິຖຸນານີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ ພ້ອມດຽວກັນກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຂຶ້ນ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ.

ຈາກນັ້ນໃນວັນທີ 4 ຫາ 6 ມິຖຸນາ 2021 ລົມມໍລະສູມຕາເວັນຕົກສ່ຽງໃຕ້ຈະເພີ່ມກຳລັງແຮງຂຶ້ນພັດປົກຄູມ, ຈະເຮັດໃຫ້ມີຝົນຕົກຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ແຈ້ງເຕືອນເພື່ອເຝົ້າລະວັງ ສະພາບອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກຟ້າຮ້ອງຟ້າເຫຼື້ອມ, ລົມພັດແຮງ​ ໃນວັນທີ 4 ຫາ 6 ມິຖຸນາ 2021 ເນື່ອງຈາກລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມ, ຈະເຮັດໃຫ້ມີຝົນຕົກຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນເອົ້າ ທີ່ຈະເຮັດໃຫ້ເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.